(ພາບ:pleiku.gialai.gov.vn)
( vovworld ) – ວັນທີ 13/8, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍການປະຕິບັດການສຳຫຼວດຕີລາຄາການຕຳນິຕິຊົມຕົນເອງ ແລະ ຕິຊົມກັນຢູ່ຂັ້ນແຂວງ, ນະຄອນ ແລະ ຂັ້ນທຽບເທົ່າຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“. ກອງປະຊຸມຄັ້ງນີ້ສຸມໃສ່ 3 ບັນຫາຈຸດສຸມຄື: ແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ການປະຕິບັດຂໍ້ກຳນົດກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ປະຕິບັດ, ບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍໃນວຽກງານພະນັກງານ….ຮອງສາດສະດາຈານ, ດຣ Ngo Huy Tiep ຮອງຜູ້ອຳນວຍການສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິນ ຖືວ່າ:
“ບັນຫາຕຳນິຕິຊົມຕົນເອງ ແລະ ຕິຊົມກັນໃນພັກອີງຕາມຈິດໃຈຕື່ນຕົວຂອງສະມາຊິກພັກ ແລະ ບັນດາອົງການຈັດຕັ້ງຂອງພັກໂດຍພື້ນຖານ. ແຕ່ເຖິງຢ່າງໃດກໍ່ຕາມ, ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຕຳນິຕິຊົມຕົນເອງ ແລະ ຕິຊົມກັນພາຍໃນພັກກັບການຕຳນິຕິຊົມຂອງມະຫາຊົນນອກພັກ, ກັບວຽກງານກວດກາ, ຕິດຕາມກວດກາຂອງພັກ ແລະ ສົມທົບກັບກົດໝາຍ“
ທີ່ກອງປະຊຸມ, ທ່ານ Le Hong Anh ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາໄດ້ຊີ້ແຈງບັນດາເນື້ອໃນ ແລະ ວຽກງານໄດ້ປະຕິບັດໃນວຽກງານກະກຽມ ແລະ ຈັດຕັ້ງການສຳຫລວດຕີລາຄາການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມໝູ່ຄະນະ ແລະ ສ່ວນບຸກຄົນໃນກົມການເມືອງ, ຄະນະເລຂາ. ໝູ່ຄະນະກົມການເມືອງດຳເນີນການສຳຫລວດຕີລາຄາໃນເວລາ 4 ວັນ; ກົມການເມືອງ, ຄະນະເລຂາສຳຫລວດຕີລາຄາການຕຳນິຕິຊົມຕົນເອງ ແລະ ຕິຊົມກັນໃນເວລາ 12 ວັນ. ຜ່ານການສຳຫລວດຕີລາຄາໄດ້ຊີ້ແຈງດ້ານດີ, ດ້ານອ່ອນ ແລະ ຂໍ້ຈຳກັດຂອງໝູ່ຄະນະ ແລະ ສ່ວນບຸກຄົນ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານ Nguyen Phu Trong ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ເນັ້ນຫນັກວ່າ:
“ນີ້ແມ່ນບັ້ນດຳເນີນຊີວິດການເມືອງສຳຄັນພິເສດໃນພັກເພື່ອປະຕິບັດເນື້ອໃນຫນຶ່ງ, ໝວດບັນຫາຂອງມະຕິສູນກາງພັກຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກ. ເນື້ອໃນແມ່ນສຸມໃສ່ເຂົ້າໃນ 3 ບັນຫາຮີບດ່ວນຫາກບໍ່ແມ່ນການສຳຫລວດຕີລາຄາວຽກງານ.”
ທ່ານເລຂາທິການໃຫ່ຍ Nguyen Phu Trong ຢືນຢັນວ່າ, ການປະຕິບັດການສຳຫຼວດຕີລາຄາຕຳນິຕິຊົມຕົນເອງ ແລະ ຕິຊົມກັນແມ່ນບາດກ້າວເລີ່ມຕົ້ນ, ພວກເຮົາທັງເຮັດ ແລະ ທັງຖອດຖອນບົດຮຽນ. ພາຍຫຼັງການສຳຫຼວດຕີລາຄາຈະຕ້ອງມີຂໍ້ສະຫລຸບຢ່າງຈະແຈ້ງດ້ວຍລາຍລັກອັກສອນສຳລັບແຕ່ລະສ່ວນບຸກຄົນ, ໝູ່ຄະນະ. ພ້ອມກັນນັ້ນຕ້ອງຮັບປະກັນການຊີ້ນຳນຳພາການປະຕິບັດບັນດາວຽກງານເປັນປະຈຳ, ປະຕິບັດໜ້າທີ່ການເມືອງເປັນຢ່າງດີ; ບໍ່ໃຫ້ບຸກຄົນບໍ່ດີ, ບັນດາອິດທິກຳລັງທີ່ເປັນປໍລະປັກສວຍໂອກາດກໍ່ຄວາມແບ່ງແຍກ, ຂາດຄວາມສາມັກຄີພາຍໃນພັກ:
“ພວກເຮົາພວມປະຕິບັດບັນດາວຽກງານທີ່ສັກກະລະບູຊາ ແລະ ສຳຄັນທີ່ສຸດ. ພວກເຮົາມີຄວາມຮັບຜິດຊອບອັນໃຫ່ຍຫຼວງຕໍ່ປະເທດຊາດ ແລະ ພັກ. ເວົ້າໄດ້ຕ້ອງເຮັດ, ຕັດສິນໃຈເຮັດໃຫ້ໄດ້, ບໍ່ເຮັດໄດ້ແມ່ນມີໂທດຕໍ່ພັກ, ຕໍ່ປະຊາຊົນ. ໃນຈຸດເວລານີ້, ພວກເຮົາຕ້ອງມີຄວາມທຸ່ນທຽງໃຈ, ໝັ້ນຄົງ, ສະແດງໃຫ້ເຫັນຄຸນນະທາດອັນດີງາມຂອງນັກກອມມູນິດ“