ກອງປະຊຸມຜັນຂະຫຍາຍຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບແຜນການຊັບຊ້ອນພະນັກງານ

ກອງປະຊຸມຜັນຂະຫຍາຍຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບແຜນການຊັບຊ້ອນພະນັກງານ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
( ພາບ: TTXVN )


(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 20/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ເພື່ອ​ຊາບ​ຊືມ, ຜັນ​ຂະຫຍາຍ​ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກກ່ຽວ​ກັບ​ວຽກ​ງານ​ຍູ້​ແຮງ​ວຽກ​ງານ​ສ້າງ​ແຜນການຊັບຊ້ອນພະນັກງານ ການ​ນຳ, ຄຸ້ມ​ຄອງ​ຮອດ​ປີ 2020 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ. ກ່າວຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ To Huy Rua, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ຊີ້​ແຈ້ງວ່າ ພາຍຫຼັງ​ທີ່​ກົມ​ການ​ເມືອງ​ປະກາດ​ມະຕິ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ແຜນການ ​ຊັບຊ້ອນ​ພະນັກງາ​ນ ການ​ນຳ, ຄຸ້ມ​ຄອງ, ບັນດາຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ, ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ, ປະກອບສ່ວນ​ປ່ຽນ​ໃໝ່​ວຽກ​ງານ​ພະນັກ​ງານ ​ແລະ ຍົກ​ສູງຄຸນ​ນະພາ​ບ​ຖັນ​ແຖວ​ພະນັກງານ​ຂອງ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ໝູ່​ຄະນະ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸສາ​ຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ To Huy Rua ກ່າວ​ວ່າ.

“ພວກ​ເຮົາ​ພວມ​ດຳ​ເນີນ​ບັ້ນຊີວິດ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ພາລະກິດ​ຂອງພັກ. ​ເດັ​ດດຽວຕໍ່ສູ້​ຕ້ານ, ຍູ້​ຖອຍສະພາບ​ການ​ຊຸດ​​ໂຊມກ່ຽວ​ກັບ​ແນວ​ຄິດ​ດ້ານ​ການ​ເມືອງ, ຄຸນສົມບັດ​ຂອງ​ພາກສ່ວນ​ໜຶ່ງ​ໃນ​ໝູ່ພະນັກງານ​ຊະ​ມາ​ຊິກ​ພັກ, ກ່ອນ​ອື່ນ​ໝົດແມ່ນການນຳຄຸ້ມຄອງຂັ້ນຕ່າງໆ ເພື່ອຍົກສູງຄວາມສາມາດໃນການຊີ້ນຳ, ນຳພາ, ການຕໍ່ສູ້ຂອງພັກ. ຕັດສິນ​ໃຈ​, ມີສະຕິ​ຕື່ນ​ຕົວປ່ຽນ​ໃໝ່​ວຽດງານ​ພະນັກງານ, ນຳ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ເຂົ້າ​ໃນ​ຊີວິດ, ​ເພື່ອ​ແນ​ໃສ່ສ້າງ​ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ທຸກຂັ້ນ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການຫັນ​ປະ​ເທດ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ, ຍາວ​ນານ, ທັງ​ແມ່ນ​ການ​ທົດ​ລອງ ​ແລະ ​ແມ່ນ​ກາລະ​ໂອກາດ​ໃຫຍ່ ​ເພື່ອ​ໃຫ້​ພັກ​ປອດ​ໄສ, ໝັ້ນຄົງ​​ເຂັ້ມ​ແຂງ, ​ແທດ​ເໝາະ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ”.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ຖື​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ສຸມ​ໃສ່​ຊາບ​ຊຶມສ່ວນ​ໜຶ່ງ​ຂອງເນື້ອ​​ໃນມະຕິສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ​ໃນ​ນັ້ນ​ສຸມ​ໃສ່​ຫວຽກງານ​ສ້າງ​ແຜນການ, ຊັບຊ້ອນພະນັກງານ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ກ່າວ​ວ່າ.

“ພວກ​ຂ້າພະ​ເຈົ້າ​ຢືນຢັນ​ຢ່າງ​ເດັດຂາ​ດວ່າ ຕ້ອງ​ວາງ​ແຜນ​ການ​ຊັບຊ້ອນພະນັກງານ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານການ​ນຳ ​ແລະ ຄຸ້ມຄອງ ​ເພາະວ່າ ການສ້າງແຜນ​ຊັບຊ້ອນພະນັກງານ​ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ ຮັບ​ໃຊ້​ແນວທາງ​ການ​​ເມືອງ​ຂອງ​ພັກ. ​ສ້າງແຜນການຊັບຊ້ອນ​ພະນັກງານ​ແມ່ນ​ກຳນົດທິດ​, ຄົ້ນ​ພົບ, ບຳລຸງ​ສ້າງ​ໂດຍ​ຜັດປ່ຽນເພື່ອ​ກະກຽມ​ທົດ​ແທນ​ບັນດາພະນັກງານ​ໃນ​ບັນ​ດາ​ອາ​ຍຸ​ການ​ຕໍ່​ໄປ. ສ່ວນ​ການ​ຊັບຊ້ອນພະນັກງານ ​ໂດຍ​ຜັດປ່ຽນ​ກໍ​ແມ່ນ​ມາດ​ຕະການ​ໜຶ່ງ​ທີ່​ສຳຄັນ​ເພື່ອ​ບຳລຸງ​ສ້າງ, ອົບ​ຮົມ, ຝຶກ​ຝົນ​ຫຼໍ່​ຫຼອມພະນັກງານ​ຢ່າງ​​ເປັນ​ລະບົບ ​ແລະ ຮອບດ້ານ.

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ຮຽກ​ຮອງ​ໃຫ້ການ​ປະຕິບັດ​ວຽກ​ງານ​ພະນັກງານ​ຖືກ​ຕາມ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ຕາມ​ຫຼັກການ​ລວມສູນ, ປະຊາທິປະ​ໄຕ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຕີ​ລາຄາ​ພະນັກງານ. ກອງ​ປະຊຸມ​ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 21/8 ຈຶ່ງ​ຈະ​ສິ້ນ​ສຸດ​ລົງ.

ຂ່າວ/ບົດ​ອື່ນ