ກອງປະຊຸມພະນັກງານທົ່ວປະເທດ
ພາບ:internet
|
(vovworld) - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 21/8 ຢູ່ ຮ່າໂນ້ຍ, ກອງປະຊຸມພະນັກງານ ທົ່ວປະເທດຊາບຊືມຜັນຂະຫຍາຍບົດສະຫລຸບ 24 ເມື່ອວັນທີ 5/6/2012 ຂອງກົມການເມືອງ ກ່ຽວກັບການຍູ້ແຮງ ວຽກງານວາງແຜນກຳນົດ ແລະ ຍົກຍ້າຍພະນັກງານການນຳ, ຄຸ້ມຄອງຮອດປີ 2020 ແລະ ຊຸມປີຕໍ່ໄປ ໄດ້ອັດລົງ ຢູ່ ນະຄອນ ໂຮ່ຈິມີນ. ກ່າວຄຳເຫັນອັດກອງປະຊຸມ, ທ່ານ To Huy Rua ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະຈັດຕັ້ງສູນກາງໄດ້ເນັ້ນຫນັກວ່າ:
“ຕ້ອງຫັນຫຼັກການນີ້ເປັນລະອຽດຢ່າງມີຊີວິດຊີວາທີ່ສຸດ, ຕິດແທດກັບຄວາມຈິງທີ່ສຸດ, ຮັບປະກັນບັນດາທັດສະນະຫຼັກການລວມກ່ຽວກັບພັກຢ່າງເປັນເອກະພາບກ່ຽວກັບວຽກງານຄຸ້ມຄອງພະນັກງານ, ຖັນແຖວພະນັກງານ, ດ້ານອື່ນ ຕ້ອງກຳນົດກົນໄກຕິດຕາມກວດກາຢ່າງແໜ້ນແຟ້ນ, ຫລີກເວັ້ນການສວຍໃຊ້ສິດອຳນາດສ່ວນຕົວ ເຮັດໃຫ້ບົດບາດຂອງລວມໝູ່ຖືກຫລຸດລົງ. ເສີມຂະຫຍາຍບົດບາດກວດກາ, ຕິດຕາມກວດກາຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ຜ່ານການເອົາຄຳເຫັນ, ບັດໄວ້ວາງໃຈປະຈຳປີສຳລັບພະນັກງານການນຳຄຸ້ມຄອງ, ໃນນັ້ນມີຜູ້ນຳຂັ້ນຕ່າງໆ“