ກອງປະຊຸມພາກພື້ນກ່ຽວກັບການຮັບປະກັນຄວາມປອດໄພການບິນໃນພາກພື້ນອາຟຼິກາແລະຕາເວັນອອກກາງ

(VOVWORLD) -ກອງປະຊຸມກ່ຽວກັບຮັບປະກັນຄວາມປອດໄພການບິນຂອງພາກພື້ນ ອາຟຼິກາ ແລະ ຕາເວັນອອກກາ ຈະຖືກຈັດຂຶ້ນຢູ່ ນະຄອນ Sharm el Sheikh ປະເທດ ອີຢີບ ແຕ່ວັນທີ 22 -24 ສິງຫາ. 
ກອງປະຊຸມພາກພື້ນກ່ຽວກັບການຮັບປະກັນຄວາມປອດໄພການບິນໃນພາກພື້ນອາຟຼິກາແລະຕາເວັນອອກກາງ - ảnh 1

 ທ່ານ Olumuyiwa Benard Aliu.ປະທານ  ICAO

ພາບ:egyptindependent.com

ປະຊຸມດ້ວຍຫົວຂໍ້ວ່າ “ແຜນການຮັບປະກັນຄວາມປອດໄພການບິນທົ່ວໂລກ (GASP): ວິວັດການເພີ່ມທະວີການຮັບປະກັນຄວາມປອດໄພການບິນຢູ່ ອາຟຼິກາ ແລະ ຕາເວັນອອກກາງ. ກອງປະຊຸມຈະປຶກສາຫາລືກ່ຽວກັບການປະຕິບັດແຜນການ GASP ຊື່ງໄດ້ຮັບການຮັບຮອງເອົາຈາກກອງປະຊຸມສະມັດຊາຄັ້ງທີ 39 ຂອງ ICAO ທີ່ໄດ້ຈັດຂຶ້ນຢູ່ ນະຄອນ Montreal ປະເທດ ການາດາ ໃນເດືອນຕຸລາປີ 2016 ກໍ່ຄືການຜັນຂະຫຍາຍແຜນການດຳເນີນງານຢູ່ພາກພື້ນ ອາຟຼິກາ ແລະ ຕາເວັນອອກກາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ