ບັນຫາ ສປປ ເກົາຫຼີ- ຄວາມສົນໃຈຂອງກອງປະຊຸມ
ລັດຖະມົນຕີການຕ່າງປະເທດ G-8
(ພາບ: hanoimoi.com.vn)
(vovworld)- ວັນທີ 11/4, ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳອັນດັບໜຶ່ງ (G-8) ໄດ້ອອກຖະແຫຼງການຮ່ວມ ໂດຍຊີ້ແຈ້ງຫຼັກໝັ້ນກ່ຽວກັບບັນຫາ ສປປເກົາຫຼີ ແລະ ຊີຣີ. ກ່ຽວກັບບັນຫາ ສປປເກົາຫຼີ, ບັນດາທ່ານລັດຖະມົນຕີການຕ່າງປະເທດ G-8 ໄດ້ຊຸກຍູ້ ສປປເກົາຫຼີ ຕ້ອງ“ລະງັບໃຈ“ ເພື່ອຫລີກລ້ຽງບັນດາການກະທຳກໍ່ຄວາມເຄັ່ງຕຶງ ແລະ ກ່າວເຕືອນວ່າ: ບັນດາປະເທດ G-8 ຈະເພີ່ມທະວີບັນດາມາດຕະການລົງໂທດຖ້າຫາກວ່າ ພຽງຢາງ ສືບຕໍ່ດຳເນີນການຍິງທົດລອງນິວເຄຼຍ ແລະ ລູກສອນໄຟຄັ້ງຕ່າງໆ.
ກ່ຽວກັບການປະທະກັນຢູ່ຊີຣີ, ບັນດາທ່ານລັດຖະມົນຕີການຕ່າງປະເທດ G-8 ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ສະພາບຈຳນວນຜູ້ເສຍຊີວິດຢູ່ຊີຣີ ໄດ້ເພີ່ມຂຶ້ນເຖິງກ່ວາ 70.000 ຄົນແລ້ວ. ຖະແຫຼງການຂອງ G-8 ຊຸກຍູ້ທຸກໆປະເທດ ຈົ່ງເພີ່ມທະວີຄວາມມານະພະຍາຍາມອຸປະຖຳໃຫ້ແກ່ປະຊາຊົນຊີຣີ ພ້ອມທັງຢືນຢັນຄືນໃໝ່ການສະໜັບສະໜູນທີ່ມີຕໍ່ທ່ານທູດພິເສດລວມຂອງ ສປຊ-ສະຫະພັນອາຣັບ Lakhdar Brahimi ໃນຄວາມມານພະຍາຍາມຊອກຫາວິວັດການມອບໂອນດ້ານການເມືອງຢູ່ຮີຣີ, ຊ່ວຍຢຸດຕິການປະທະກັນທີ່ໄດ້ແກ່ຍາວຮອດປີທີ 3 ແລ້ວ.