ກອງປະຊຸມລັດຖະມົນຕີTPPຢູ່ອາເມລິກາສືບຕໍ່ແກ່ຍາວກຳນົດເວລາ

ກອງປະຊຸມລັດຖະມົນຕີTPPຢູ່ອາເມລິກາສືບຕໍ່ແກ່ຍາວກຳນົດເວລາ - ảnh 1
ກອງປະຊຸມລັດຖະມົນຕີTPPຢູ່ອາເມລິກາສືບຕໍ່ແກ່ຍາວກຳນົດເວລາ
(ພາບ: Japan News)


(vovworld) – ວັນ​ທີ 03/10, ລັດຖະມົນຕີ​ກາ​ນຄ້າ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ຕົກລົງ​ສື​ບຕໍ່​ແກ່ຍາວ​ເວລາດຳ​ເນີນກອງ​ປະຊຸ​ມທີ່​ພວມ​ຈັດ​ຂຶ້ນຢູ່​ນະຄອນ Atlanta, ທາງ​ພາ​ກ​ໃຕ້​ອາ​ເມ​ລິ​ກາ ​ຕື່ມ​ອີ​ກໜຶ່ງ​ວັນ, ຮອດ​ວັນ​ທີ 04/10 (ຕາມ​ເວລາອາ​ເມ​ລິ​ກາ). ມາຮອດ​ເສລາ 21 ​ໂມງ​ວັນ​ທີ 03/10 (ຕາມ​ເວລາອາ​ເມ​ລິ​ກາ), ບັນຫາ​ກຳນົດ​ເວລາອະ​ລັກ​ຂາ​ສຳ​ລັບ​ບັນດາ​ຜະລິດ​ຕະພັນ​ຢາ​ຊີວະ ພວມ​ກາຍ​ເປັນຈຸ​ດ​ເວລາ​ທີ່​ຍາກ​ຈະ​ຜ່ານ​ຜ່ນ​ໄດ້, ​ເຊິ່ງ​ເປັນ​ການກີດຂວາງ​ບັນດາ​ປະ​ເທດ​ກ້າວ​ໄປ​​ເຖິງ​ຂໍ້​ຕົກລົງ​ສຸດ​​ທ້າຍ. ວົງ​ການ​ນັກ​​ໄຈ້​​ແຍກ​ໃຫ້​ຂໍ້ສັງ​ເກດວ່າ, ຖ້າ​ຫາກກອງ​ປະຊຸມ TPP ຄັ້ງ​ນີ້ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ, ວິວັດ​ການ​ເຈລະຈາ TPP ຍັງ​ສາມາດຈະສຳ​ເລັດ​ໃນ​ປີ 2015 ນີ້, ​ເມື່ອ​ບັນດາ​ນັກ​ເຈລະຈາ​ພົບ​ປະກັນ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC), ຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ຟີ​ລິບ​ປີນ.

ຂ່າວ/ບົດ​ອື່ນ