ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວກຳປູເຈຍ-ລາວ-ຫວຽດນາມ
ການນຳສາມປະເທດ ເຂົ້າຮ່ວມເວທີປາໄສຄູ່ຮ່ວມມືພັດທະນາເຂດສາມຫລ່ຽມພັດທະນາເມື່ອເດືອນ 4/2014
ພາບ:internet
|
(vovworld)- ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວຄັ້ງທີ 8 ເຂດສາມຫລ່ຽມພັດທະນາ ກຳປູເຈຍ, ລາວ ແລະ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 9/9 ຢູ່ ນະຄອນ ຊຽມຣຽບ ປະເທດ ກຳປູເຈຍ. ເລື່ອງເພີ່ມທະວີດຶງດູດແຫລ່ງເງິນລົງທຶນເຂົ້າເຂດນີ້ ເພື່ອຊຸກຍູ້ເສດຖະກິດຂອງ 13 ແຂວງຂຶ້ນກັບເຂດສາມຫລ່ຽມເວົ້າສະເພາະ ພ້ອມທັງປະກອບສ່ວນຍົກສູງການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ 3 ປະເທດ ເວົ້າລວມ. ປະຈຸບັນ ຫວຽດນາມ ມີປະມານ 100 ໂຄງການລົງທຶນລວມມູນຄ່າ 4,5 ຕື້ USD ໃນເຂດສາມຫລ່ຽມພັດທະນາ. ທີ່ກອງປະຊຸມ, ຜູ້ຕາງຫນ້າລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດານັກລົງທຶນສາມປະເທດ ໄດ້ຍົກອອກຫລາຍມາດຕະການກ່ຽວກັບການສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ຍົກລະດັບພື້ນຖານໂຄງລ່າງເພື່ອດຶງດູດການລົງທຶນເຂົ້າເຂດສາມຫລ່ຽມພັດທະນາ.