ກອງປະຊຸມສຸດຍອດພະລັງງານ ປາເຊຟິກ ຢູ່ຮ່າໂນ້ຍ

ກອງປະຊຸມສຸດຍອດພະລັງງານ ປາເຊຟິກ ຢູ່ຮ່າໂນ້ຍ - ảnh 1
ກອງ​ປະຊຸມ​ສຸດ​ຍອດ​ພະລັງງານ ປາ​ເຊ​ຟິກ 2012
(ພາບ:baoyenbai.com.vn)

(vovworld) - ວັນ​ທີ 21/3, ຢູ່​ຮ່າ​ໂນ​້ຍ, ສະ​ຖາ​ບັນ​ການ​ຕ່າງປະ​ເທດ ​ແລະ​ ຫ້ອງ​ວ່າການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄົ້ນ​ຄ້ວາ​ອາຊີ ສົມທົບ​ກັນ​ຈັດ​ຕັ້ງ ກອງ​ປະຊຸມ​ສຸດ​ຍອດ​ພະລັງງານ ປາ​ເຊ​ຟິກ 2012 ດ້ວຍ​ຫົວ​ຂໍ້​ວ່າ “ປ່ຽນ​ໃໝ່​ໄຟຟ້າ: ສະໜອງ​ພະລັງງານ​​ໃຫ້​​ອາຊີ ວັດທະນາ​ຖາວອນ”. ນັກຮຽນຮູ້, ນັກ​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ຂອງ​ຂະ​ແໜງ, ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ຂັ້ນ​ສູງ, ບັນດາ​ຊ່ຽວຊານດ້ານ​ພະລັງງານ​, ນັກ​ບໍລິຫານຂະ​ແໜງ​ອຸດສາຫະກຳ ​ແລະ ບັນດາ​ຊ່ຽວຊານ​ໄຈ້​​ແຍກ ກ່ວາ 150 ຄົນທີ່ມາ​ຈາກ 20 ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ຫົວໜ້າອຳນວຍການ​​ສະ​ຖາ​ບັນ​​ການ​ຕ່າງປະ​ເທດ ດັ້ງ​ດິ່ງ​ກູ​ຍ ​ເນັ້ນ​ໜັກ​ວ່າ:

“ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ມີ​ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ແຂງ​ແຮງ​ຄື​ພາກ​ພື້ນ​ອາຊີ - ປາ​ເຊ​ຟິກ, ນັບ​ທັງພັດທະນາດ້ານ​ເສດຖະກິດ​ ​ແລະ ຈຳນວນປະຊາກອນ​. ການຮັບປະກັນ​ແຫຼ່ງສະໜອງ​ພະລັງງານ​ບໍ່​ພຽ​ງ​ແຕ່​ແມ່ນ​ບັນຫາ​ຂອງ​ສະ​ເພາະຂະ​ແໜງ​ພະລັງ​ງານ​ເທົ່າ​ນັ້ນ, ​ຫາກຄວນ​ມີ​ມາດ​ຕະການ​ຄົບ​ຊຸດ​ລະຫວ່າງ​ບັນດາ​ຂະ​ແໜງ​ການ ​ແລະ ພາກ​ພື້ນ, ​ຂົງ​ເຂດ​ໃນ​ພື້ນຖານ​ເສດຖະກິດ”

ທ່ານ ດັ້ງ​ດິ່ງກູ​ຍ ກໍ​ຢືນຢັນ​ວ່າ: ຫວຽດນາມ​ພວມ​ຕັ້ງໜ້າ​ສຸມ​ໃສ່​ສ້າງ​ບັນດາ​ຍຸດ​ທະ​ຍາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະລັງ​ງານ, ຮັບປະກັນ​ແຫຼ່ງສະໜອງ​ເປັນ​ປົກກະຕິ​ກໍ່​ຄື​ແຈກ​ຢາຍ​ພະລັງງານ​ຢ່າງ​ເໝາະ​ສົມ​ລະຫວ່າງ​ບັນດາ​ເຂດ​ແຄ້ວ​ນ.

ຂ່າວ/ບົດ​ອື່ນ