(VOVWORLD) - ວັນທີ 5 ພະຈິກ ສ.ເກົາຫຼີ ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ຈະປັບປຸງສະພາບແວດລ້ອມແຫ່ງການສົ່ງອອກຂອງປະເທດນີ້.
ການນຳບັນດາປະເທດເຂົ້າຮ່ວມ ກອງປະຊຸມຂັ້ນສູງ RCEPຄັ້ງທີ 3 (ພາບ: TTXVN) |
ກ່າວຄຳເຫັນທີ່ການພົບປະກັບບັນດາເຈົ້າໜ້າທີ່ ແລະ ວົງການການນຳບັນດາວິສາຫະກິດ, ທ່ານ Sung Yun – Mo ລັດຖະມົນຕີການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ເນັ້ນໜັກວ່າ RCEP ຈະປັບແປງກາລະໂອກາດຂອງບັນດາບໍລິສັດໃນການສຳຜັດກັບບັນດາຕະຫຼາດໃນພາກພື້ນ. ທ່ານ ໃຫ້ຮູ້ວ່າ ໂຄງການການຄ້າ ເອເລັກໂຕນິກໃນສັນຍານີ້ອາດຈະຊ່ວຍໃຫ້ບັນດາບໍລິສັດສ.ເກົາຫຼີແຊກຊຶມເຂົ້າບັນດາຕະຫຼາດການຄ້າ ເອເລັກໂຕນິກ ຢູ່ບັນດາປະເທດອາຊີ.