(vovworld) - ກອງປະຊຸມສຸດຍອດອາຊີ-ເອີຣົບ (ອາເຊັມ) ຄັ້ງທີ 9 ໄດ້ດຳເນີນໃນລະຫວ່າງວັນທີ 5 – 6/2012 ທີ່ນະຄອນຫຼວງວຽງຈັນ, ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດ, ດຶງດູດຄວາມສົນໃຈຈາກປະຊາຄົມໂລກ. ໂດຍໄດ້ຮັບການດຳເນີນໃນຂະນະທີ່ສອງທະວີບ ແລະ ໂລກພວມປະສົບກັບຄວາມຫຍຸ້ງຍາກ, ການທ້າທາຍກໍ່ຄືຄວາມສະດວກຫຼາຍຢ່າງຄື: ການຟື້ນຟູເສດຖະກິດຂອງໂລກຍັງຊັກຊ້າ, ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນດ້ານສະບຽງອາຫານ, ການປະທະກັນທາງສາສະໜາ…ຍ້ອນເຫດນັ້ນ, ເນື້ອໃນຕົ້ນຕໍ່ຂອງກອງປະຊຸມຄັ້ງນີ້ແມ່ນເພີ່ມທະວີການຮ່ວມມື, ຄູ່ເຈລະຈາ, ເພື່ອຊອກຫາມາດຕະການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຟື້ນຟູເສດຖະກິດ ແລະ ຮັບມືກັບການທ້າທາຍຕ່າງໆໃນທົ່ວໂລກ.
ກອງປະຊຸມສຸດຍອດອາຊີ-ເອີຣົບ (ອາເຊັມ) ຄັ້ງທີ 9
(ພາບ: google.com.vn)
ໃນສະຖານະການທີ່ວິກິດການໜີ້ສິນຢູ່ພາກພື້ນນຳໃຊ້ສະກຸນເງິນເອີໂຮຍັງບໍ່ທັນຫຼຸດລົງນັ້ນ, ເລື່ອງສອງທະວີບຫຍັບມໍ່ໃກ້ກັນໃນເປົ້າໝາຍລວມນັ້ນ ໄດ້ເປັນສັນຍານທີ່ຕັ້ງໜ້າທາງດ້ານເສດຖະກິດ. ຄວາມຈິງແລ້ວ, ນີ້ບໍ່ແມ່ນເທື່ອທຳອິດ ທີ່ເວທີປາໄສນີ້ສຸມໃສ່ບັນດາຫົວຂໍ້ຮ່ວມມືທາງດ້ານເສດຖະກິດ. ທີ່ກອງປະຊຸມອາເຊັມຢູ່ ບຣຸກເຊັນ (ແບນຊິກ) ເມື່ອປີ 2010. ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິຮູບກອງທຶນເງິນຕາສາກົນ (IMF) ພາຍຫຼັງວິກິດການໜີ້ສາທາລະນະຢູ່ເອີລົບ ແລະ ການຟື້ນຟູບັນດາພື້ນຖານເສດຖະກິດອາຊີຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ເມື່ອວິກິດການຢູ່ Eurozone ນັບມື້ນັບຮ້າຍແຮງນັ້ນ, ການຮ່ວມມືລະຫວ່າງສອງທະວີບຍິ່ງມີຄວາມຈຳເປັນ ແລະ ຮີບດ່ວນກວ່າເວລາໃດໝົດ.
ຍ້ອນເຫດນັ້ນ, ການມີໜ້າຂອງບັນດາການນຳເອີລົບຢູ່ກອງປະຊຸມຄັ້ງນີ້ໄດ້ເປັນການຢືນຢັນວ່າ: ອາເຊັມແມ່ນເວທີປາໄສສຳຄັນ ເພື່ອຊອກຫາກາລະໂອກາດແກ້ໄຂວິກິດການໜີ້ສາທາລະນະ ກໍ່ຄືຮັບມືກັບການທ້າທາຍຂອງໂລກໃນປະຈຸບັນ. ກ່ອນທີ່ຈັດກອງປະຊຸມ, ປະທານຄະນະກຳມະການເອີລົບ Jose Manuel Barroso ສະແດງຄວາມເຊື່ອໝັ້ນວ່າ ອາຊີນັບມື້ນັບມີຄວາມສຳຄັນກວ່າໃນການພັດທະນາເສດຖະກິດ. ສ່ວນທ່ານ ກິຕິຣັດ ນະຣາກົງ. ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການເງິນໄທ ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍຄວາມຫຍຸ້ງຍາກທີ່ພວມເກີດຂຶ້ນຢູ່ບາງປະເທດ Eurozone ນັ້ນ, ການຮ່ວມມືອາຊີ - ເອີລົບ ມີຄວາມໝາຍສຳຄັນທີ່ສຸດ. ຕາມການຕີລາຄາຂອງອົງການຮ່ວມມືເສດຖະກິດ ແລະ ພັດທະນາ (OECD), ແລ້ວ, ເຖິງວ່າເສດຖະກິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມໄດ້ຮັບການຟື້ນຟູຢ່າງຊັກຊ້າກໍ່ຕາມ, ແຕ່ຍັງຄົງມີທ່າເຕີບໂຕດີພໍສົມຄວນພາຍຫຼັງວິກິດການການເງິນທົ່ວໂລກ. ເຖິງວ່າ OECD ບໍ່ຄາດຄະເນລະດັບເຕີບໂຕ GDP ຂອງອາຊຽນກໍ່ຕາມ, ແຕ່ວົງການເຈົ້າໜ້າທີ່ສິງກະໂປ ພັດຄາດຄະເນວ່າ ປີນີ້, ເສດຖະກິດຂອງສິງກະໂປບັນລຸລະດັບເຕີບໂຕເຖິງ 15%, ສ່ວນອິນໂດເນເຊຍ ຄາດຄະເນວ່າຈະບັນລຸລະດັບເຕີບໂຕກວ່າ 6%. GDP ຂອງຈີນເພີ່ມຂຶ້ນ 7,8% ແລະ ອິນເດຍແມ່ນ 6%. ຍ້ອນເຫດນັ້ນ, ການຮ່ວມມື, ຮ່ວມສຳພັນລະຫວ່າງສອງທະວີບນີ້ ຈຶ່ງມີຄວາມໝາຍສຳຄັນສຳລັບພື້ນຖານເສດຖະກິດໂລກ. ຄວາມຈິງແລ້ວ, ທຸກສິ່ງທຸກຢ່າງທີ່ພວມດຳເນີນຢູ່ກອງປະຊຸມຄັ້ງນີ້ ໄດ້ເປັນການຢືນຢັນຄວາມຕັດສິນໃຈຂອງບັນດາການນຳ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງທະວີບ. ກ່ອນທີ່ຈັດກອງປະຊຸມສຸດຍອດ, ເວທີປາໄສອາຊີ - ເອີລົບຄັ້ງທີ 13 (AEBF 13) ໄດ້ສິ້ນສຸດລົງຢ່າງດີງາມ ແລະ ຍົກອອກຂໍ້ສະເໜີຈຳນວນໜຶ່ງ ເພື່ອຍື່ນຕໍ່ອາເຊັມ 9, ໃນນັ້ນມີຂໍ້ສະເໜີຄວນມີສະພາບແວດລ້ອມໝັ້ນຄົງທາງດ້ານການເມືອງ, ສັງຄົມ ແລະ ເສດຖະກິດ, ລົບລ້າງສິ່ງທີ່ກີດຂວາງດ້ານການຄ້າ, ການບໍລິການ ກໍ່ຄືການລົງທຶນ. ບັນດາລັດຖະບານສະມາຊິກອາເຊັມ ຄວນສະໜັບສະໜູນການແກ່ງແຍ້ງຂອງບໍລິສັດຕ່າງໆ ດ້ວຍການລົບລ້າງບັນດາຫຼັກການຈຳແນກ ການປະພືດ, ປະຕິບັດບັນດາຫຼັກການລວມເຊິ່ງໄດ້ຮັບການຕົກລົງນຳກັນແລ້ວ; ແລະ ຕ້ອງມີນິຕິກຳເປັນປົກກະຕິ ນັ້ນແມ່ນເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ.
ຄວາມຫວັງກ່ຽວກັບການຮ່ວມມືກໍ່ໄດ້ຮັບການສະແດງອອກທີ່ວາລະປະຊຸມລັບຄັ້ງທຳອິດກ່ຽວກັບ ”ບັນດາບັນຫາເສດຖະກິດ - ການເງິນ”, ບັນດາການນຳອາຊີ ແລະ ເອີລົບ ລ້ວນແຕ່ຢືນຢັນເຖິງຄວາມຕັດສິນໃຈຊຸກຍູ້ການເຕີບໂຕທາງດ້ານເສດຖະກິດລະຫວ່າງສອງທະວີບຢ່າງວ່ອງໄວ, ໝັ້ນຄົງ, ດຸ່ນດ່ຽງ ແລະ ສະໝ່ຳສະເໝີ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານການເງິນ, ເພີ່ມທະວີການເຊື່ອມຈອດ, ສ້າງຄວາມສະດວກທາງດ້ານການຄ້າ, ການລົງທຶນ, ແກ້ໄຂບັນຫາວຽກເຮັດງານທຳ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ຕະຫຼາດຄືນໃໝ່, ເພີ່ມທະວີຄວາມໂປ່ງໃສ ແລະ ປະຕິຮູບລະບົບການເງິນ...
ໜຶ່ງໃນບັນດາຂີດໝາຍສຳຄັນຂອງອາເຊັມ 9 ນັ້ນແມ່ນເລື່ອງຮັບເອົາ 3 ປະເທດເຂົ້າເປັນສະມາຊິກໃໝ່ຂອງ ອາເຊັມ, ອັນໄດ້ຍົກຈຳນວນສະມາຊິກຂອງອາເຊັມຈາກ 48 ຂຶ້ນເປັນ 51 ປະເທດ. ຄວາມເຕີບໃຫຍ່ເຂັ້ມແຂງຂອງອາເຊັມ ພວມເພີ່ມພະລັງໃຫ້ແກ່ເວທີປາໄສໃຫຍ່ອັນດັບ 2 ຂອງໂລກນີ້. ຫວັງວ່າ, ດ້ວຍການເຄື່ອນໄຫວຕ່າງໆທີ່ກອງປະຊຸມສຸດຍອດອາເຊັມ 9 ຄັ້ງນີ້, ຈະສ້າງບັນດາກາລະໂອກາດໃໝ່, ການຮ່ວມມືໃໝ່, ປະກອບສ່ວນແກ້ໄຂວິກິດການເສດຖະກິດທົ່ວໂລກ, ເພື່ອຄວາມໝັ້ນຄົງ, ວັດທະນາຖາວອນລວມ.