ກອງປະຊຸມສຸດຍອດ EU ບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບງົບປະມານ

ກອງປະຊຸມສຸດຍອດ EU ບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບງົບປະມານ - ảnh 1
ທ່ານປະທານ​ສະພາ​ເອີ​ລົບ Herman Van Rompuy
(ພາບ: internet)


Vovworld- ວັນ​ທີ 23/11, ກອງ​ປະຊຸມສຸດ​ຍອດ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ສະຫະພາບ​ເອີ​ລົບ EU ​ໄດ້​ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນລຸ​ຂໍ້​ຕົກລົງ​​ໃດໆ​ກ່ຽວ​ກັບ​ງົບປະມານ ຂອງ​ກຸ່ມ​ໃນ​​ໄລຍະ 2014-2020. ​ເຖິງ​ວ່າ​ກ່ອນ​ດຳ​ເນີນ​ກອງ​ປະຊຸມ, ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ມີ​ການ​ພົບ​ປະ​ສະ​ເພາະ​ກັບ​ການ​ນຳ​ບັນດາ​ປະ​ເທດ​ພາຄີ​ແຕ່ລະ​ທ່ານ​ກໍ​ຕາ​ມ, ​ແຕ່​ຍັງ​ບໍ່​ສາມາດ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ໝູນ​ອ້ອມ ງົບປະມານ ຂອງ​ EU ​ໃນ​​ໄລຍະ 2014-2020.  ​ໃນ​ການ​ປະຊຸມ​ມື້​ທີ່ 1, ບັນດາ​ນັກ​ເຈລະຈາ​ຍັງ​ບໍ່​ທັນ​ເປັນ​ເອກະສັນ​ກັນ​ກັບ​ການສະ​ເໜີ​ຮ່າງງົບ​ ປະມານ​ລວມມຸນ​ຄ່່າ 950 ຕື້ ​​ເອີ​ໂຣ ​ໂດຍ​ປະທານ​ສະພາ​ເອີ​ລົບ Herman Rompuy ຍົກ​ອອກ​ມາ, ຫຼຸດ 80 ຕື້ ​ເອີ​ໂຣ​ເມື່ອ​ທຽບ​ໃສ່​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ເອີ​ລົບ EC . ບັນດາ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ມື້​ທີ່ 2 ກໍ​ບໍ່​ໄດ້​ຮັບ​ໝາກຜົນ​ຍ້ອນ​ບັນດາ​ປະ​ເທດ​ສະມາຊິກ EU ​ເກືອບ​ທັງ​ໝົດຄັດຄ້ານ​ຂໍ້​ສະ​ເໜີ​ຫຼຸດຜ່ອນ​ການ​ໃຊ້​ຈາ​ຍຊຶ່ງ​ອັງກິດ ​ແລະ ບາງ​ປະ​ເທດ​ຍົກ​ອອກ​ມາ. ສຸດ​ທ້າຍ​ທ່ານປະທານ​ສະພາ​ເອີ​ລົບ Herman Rompuy​ໄດ້​ຕົກລົງ​ຈະ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນີ້​ຄືນ​ໃໝ່ໃນ​ຕົ້ນປີ 2013.

 

ຂ່າວ/ບົດ​ອື່ນ