ກອງປະຊຸມສຸດຍອດAPECຊຸກຍູ້ບັນດາຂໍ້ລິເລີ່ມເຊື່ອມຕໍ່ເສດຖະກິດພາກພື້ນ

ກອງປະຊຸມສຸດຍອດAPECຊຸກຍູ້ບັນດາຂໍ້ລິເລີ່ມເຊື່ອມຕໍ່ເສດຖະກິດພາກພື້ນ - ảnh 1
ພາບ​ປະ​ກອບ

(vovworld)- ກອງ​ປ​ະ​ຊຸມ​​​ສຸດຍອດ​ເວ​ທີ​ປາ​ໄສ ​ການ​ຮ່ວມ​ມື​​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຄັ້ງ​ທີ 24 (APEC-24) ຄາດ​ວ່າ​ຈະ​ເນີນໃນ​ລະ​ຫວ່າງ ວັນ​ທີ 19-20/11 ຢູ່​ນະ​ຄອນຫຼວງ Lima ຂອງ​ເປ​ຣູ. ນີ້​ແມ່ນ​ໂອ​ກາດ ​ເພື່ອ​ໃຫ້​ບັນ​ດາ​ການ​ນຳ ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ, ໃນ​ນັ້ນ​ມີ​ຫວຽດ​ນາມ, ໄດ້​ແລ​ກ​ປ່ຽນ ແລະ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ມ​າດ​ຕະ​ການ​ຊຸກ​ຍູ້ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ໃນ​ພາກ​ພື້ນ. ເມື່ອ​ຕອບ​ສຳ​ພາດ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ​ສິງ​ກະໂປ,​ ເນື່ອງ​ໃນ​ໂອ​ການນ​ີ້ ທ່ານ ປອ. Alan Bollard ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຄະ​ນະ​ເລ​ຂາ​ APEC ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ທິດ​ທາງ​ຂອງ APEC ເພື່ອ​ແນ​ໃສ່​​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ບັນ​ດາ​ການ​ປ່ຽນແປງ ​ທີ່​ພວມ​ເກີດ​ຂື້ນ​ຢູ່​ພາກ​ພື້ນ ກໍ່​ຄື​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ການ​ດັ່ງ​ກ່າວ. ທ່ານ ປອ. Alan Bollard ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ແລະ ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກ​ອງ​ປະ​ຊຸມ​​​ສຸດຍອດ APEC ໃນ ປີ 2017. ດັ່ງ​ນັ້ນ​ ນັບ​ແຕ່ເດືອນ 12 ທີ່ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ຢູ່​ຫວຽດ​ນາມ ແລະ ​ ​ກຸ່ມ​ປະ​ຕິ​ບັດ​ງານຫຼາຍກຸ່ມ ຈະ​ພ້ອ​ມ​ກັນ​ປຶກ​ສາ​ຫາ​ລື​ຂໍ້​ລິ​ເລີ່ມ​ຕ່າງໆ ເຊິ່ງ APEC ພວມ​ຢາກ​ໝູນ​ໃຊ້​ ເພື່ອແນ​ໃສ່​ຮັກ​ສາ​ການ​ເຊື່ອມ​ຕໍ່ ລະ​ຫວ່າງ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ.


ຂ່າວ/ບົດ​ອື່ນ