ບັນດາການນຳ G7 (ພາບປະກອບ)
|
(vovworld) – ຄາດວ່າ, ໃນການປະຊຸມ 2 ວັນຢູ່ນະຄອນ Garmisch – Partenkirchen, ເຂດຕອນໃຕ້ສຸດຂອງ ເຢຍລະມັນ, ບັນດາການນຳ G7, ເຊິ່ງລວມມີ: ເຢຍລະມັນ, ອັງກິດ, ການາດາ, ຝຣັ່ງ, ອີຕາລີ, ຍີ່ປຸ່ນ ແລະ ອາເມລິກາ, ຈະສຸມໃສ່ປຶກສາຫາລືບາງເນື້ອໃນຕົ້ນຕໍຄື: ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ໜູນຊ່ວຍການພັດທະນາ… ນອກຈາກນັ້ນ, G7 ກໍ່ຈະປຶກສາຫາລືຊອກຫາທິດແກ້ໄຂໃຫ້ບັນດາຈຸດເຄັ່ງຮ້ອນ ແລະ ການປະທະກັນໃນໂລກ, ຄືວິກິດການ ຢູແກຼນ ແລະ ການພົວພັນກັບ ລັດເຊຍ, ບັນຫາໜີ້ສາທາລະນະຢູ່ ເກຼັກ, ສະພາບການຕາເວັນອອກກາງ… ຕາມໂຄງການດຳເນີນງານແລ້ວ, ວາລະປະຊຸມຄັ້ງທຳອິດຂອງບັນດາການນຳ G7 ຈະດຳເນີນໃນວັນທີ 7/6 (ຕາມເວລາ ຮ່າໂນ້ຍ). ຕອນຄ່ຳວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Merkel ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Barack Obama. ໃນວັນຈັນ ທີ 8/6, ບັນດາການນຳ G7 ຈະປະຊຸມເປີດກ້ວາງກັບບັນດາຜູ້ນຳອົງການ ສປຊ, ທະນາຄານໂລກ, ອົງການການຄ້າໂລກ, ອົງການແຮງງານສາກົນ… ກໍ່ຄືການນຳບາງທ່ານທີ່ມາຈາກ ອາຟຣີກາ.