ກອງປະຊຸມສະພານັກສຶກສາອາຊຽນ ຄັ້ງທີ 4 ຈັດຂຶ້ນຕາມຮູບການອອນລາຍ

(VOVWORLD) -ພ້ອມກັບບັນດາຄຳໝັ້ນສັນຍາຈາກລັດຖະບານ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບວຽກງານຊາວໜຸ່ມຂອງ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຮ່ວມມືລະຫວ່າງຊາວໜຸ່ມໃນ ອາຊຽນ ທີ່ມີຄວາມໝາຍ ແລະ ເປັນຂີດໝາຍຂອງ ຊາວໜຸ່ມໃນປີ 2020.

ກອງປະຊຸມສະພານັກສຶກສາອາຊຽນ ຄັ້ງທີ 4 ຈັດຂຶ້ນຕາມຮູບການອອນລາຍ - ảnh 1 ອ້າຍບຸ່ຍກວາງຮູຍ , ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນກ່າວຄຳເຫັນທີ່ພິທີ

ວັນທີ 10 ທັນວາ ຢູູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມ ສະພານັກສຶກສາອາຊຽນ ຄັ້ງທີ 4 ຕາມຮູບການອອນລາຍ. ກ່າວຄຳເຫັນທີ່ພິທີ, ອ້າຍບຸ່ຍກວາງຮູຍ , ເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຢັ້ງຢືນວ່າ: ໃນຖານະຕຳໜ່ງເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ພະຍາຍາມ ແລະ ມີຄວາມຮັບຜິດຊອບໃນການປະສານງານບັນດາການເຄື່ອນໄຫວໃນຂອບເຂດ ອາຊຽນ, ເພື່ອພ້ອມກັນປະກອບສ່ວນສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ພ້ອມກັບບັນດາຄຳໝັ້ນສັນຍາຈາກລັດຖະບານ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບວຽກງານຊາວໜຸ່ມຂອງ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຮ່ວມມືລະຫວ່າງຊາວໜຸ່ມໃນ ອາຊຽນ ທີ່ມີຄວາມໝາຍ ແລະ ເປັນຂີດໝາຍຂອງ ຊາວໜຸ່ມໃນປີ 2020.

        ທີ່ກອງປະຊຸມ, ບັນດາຜູ້ແທນ ຕາງຫນ້ານັກສຶກສາຂອງບັນດາປະເທດ ອາຊຽນ ພ້ອມກັນປຶກສາຫາລືຫຼາຍເນື້ອໃນ ເປັນຕົ້ນແມ່ນ: ການຄົ້ນຫາສີສັນ ອາຊຽນ  ໃນການແກ້ໄຂບັນດາບັນຫາໃນພາກພື້ນ; ການນຳຊາວຫນຸ່ມ ອາຊຽນປະຈັນບານ ເພື່ອພາກພື້ນ ອາຊຽນ ເຂັ້ມແຂງ,ການເຄື່ອນໄຫວຕ່າງໆຂອງນັກສຶກສາບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ