(VOVWORLD) -ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.
ທ່ານ ຫງວຽນຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ |
ໃນຖານະເປັນປະທານ CACJ ອາຍຸການ 2020 - 2021, ທ່ານ ຫງວຽນຮ່ວາບິ່ງ ໄດ້ເປັນປະທານວາລະໄຂກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮ່ວາບິ່ງ ໄດ້ເນັ້ນໜັກວ່າ, ນັບແຕ່ເມື່ອສ້າງຕັ້ງມາແຕ່ປີ 2013 ຈົນຮອດປັດຈຸບັນ, CACJ ໄດ້ຢັ້ງຢືນເປັນອົງການການເມືອງສຳຄັນຂອງ ອາຊຽນ, ຕັ້ງໜ້າ ປະກອບສ່ວນ ໃຫ້ການພັດທະນາຂອງພາກພື້ນ ກໍ່ຄືຂອງແຕ່ລະປະເທດສະມາຊິກ, ເປັນຕົ້ນແມ່ນ ໃນການປົກປ້ອງຜົນປະໂຫຍດຂອງປະຊາຊົນ ເພື່ອຄວາມຍຸຕິທຳ. ທ່ານກ່າວວ່າ:
ປະຊາຄົມປະທານສານ ອາຊຽນ ໄດ້ສາມັກຄີ ແລະ ໜູນຊ່ວຍກັນ ໃນການປະຕິບັດເປົ້າໝາຍຂອງ CACJ. ຄວາມສາມັກຄີນີ້ ໄດ້ໜູນຊ່ວຍເຊິ່ງກັນແລະກັນຫຼາຍທີ່ສຸດ ໃນການປະຕິບັດໜ້າທີ່ຂອງແຕ່ລະປະເທດ. ພວກເຮົາພວມປະເຊີນໜ້າກັບ ໂລກລະບາດໂຄວິດ - 19 ທີ່ບໍ່ເຄີຍມີມາກ່ອນ. ສະພາບຄວາມຫຍຸ້ງຍາກນີ້ ໄດ້ບັງຄັບ ໃຫ້ພວກເຮົາຕ້ອງໝູນໃຊ້ເຕັກໂນໂລຢີໂດຍໄວກ່ວາອີກ, ອາດຈະດຳເນີນບາງຂັ້ນຕອນການດຳເນີນຄະດີ ແບບທາງໄກຄື: ຈັດກອງປະຊຸມ ແບບທາງໄກ, ພິພາກສາແບບທາງໄກ, ຕອບສະໜອງການບໍລິການພາກລັດທາງດ້ານຕຸລາການໃຫ້ມະຫາຊົນ ແບບທາງໄກ.