ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 65 ອົງການອະນາໄມໂລກ
ຄະນະຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງ WHO
(ພາບ: vietnamplus.vn)
(vovworld) – ວັນທີ 21/5, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 65 ອົງການອະນາໄມໂລກ (ຫຼື WHO) ຖືກໄຂຂຶ້ນຢູ່ສຳນັກງານສະຫະປະຊາຊາດ ທີ່ນະຄອນ ເຊີແນວ, ປະເທດ ສະວິດ, ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 3000 ຄົນ ມາຈາກ 194 ປະເທດສະມາຊິກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ Nguyen Viet Tien ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມສະມັດຊາໃຫຍ່ WHO ຄັ້ງນີ້ແກ່ຍາວໃນເວລາ 6 ວັນເຊິ່ງສຸມໃສ່ບັນດາຫົວຂໍ້ຕົ້ນຕໍເຊິ່ງລວມມີ: ຮັບໃຊ້ການແພດໃຫ້ທົ່ວປວງຊົນ, ປ້ອງກັນ ແລະ ຄວບຄຸມບັນດາພະຍາດບໍ່ຕິດແປດ, ຕິດຕາມກວດກາການປະຕິບັດເປົ້າໝາຍພັດທະນາສະຫັດສະວັດຂອງ ສະຫະປະຊາຊາດທີ່ກ່ຽວຂ້ອງເຖິງບັນຫາສຸຂະພາບ, ເພີ່ມທະວີການປະຕິບັດບັນດາຂໍ້ລິເລີ່ມລົບລ້າງພະຍາດໂປລີໂອທ່ົວໂລກ. ກ່ຽວກັບບັນຫາຮັບມືກັບໂລກໄຂ້ຫວັດຄື: ແລກປ່ຽນບົດຮຽນກ່ຽວກັບຕົວຢ່າງ ໄຂ້ຫວັດລະຫວ່າງບັນດາປະເທດສະມາຊິກ, ພ້ອມທັງອະນຸຍາດໃຫ້ບັນດາປະເທດສະມາຊິກທີ່ມີລາຍຮັບຕ່ຳໄດ້ສຳພັດ ກັບບັນດາ vacxin ຕ້ານໄຂ້ຫວັດ, ຢາຕ້ານເຊື້ອ ແລະ ອຸປະກອນນຳໃຊ້ໃນການກວດທີ່ຈຳເປັນ, ບັນຫາໂພສະນາການ ແລະ ສຸຂະພາບດ້ານຈິດໃຈ ກໍນອນໃນໂຄງການດຳເນີນງານ. ນອກນັ້ນ, ກອງປະຊຸມຍັງຈະຮັບຮອງເອົານະໂຍບາຍການເງິນ ແລະ ງົບປະມານຂອງໂຄງການໃນປີໜ້າ.