ກອງປະຊຸມສະມັດຊາ ໃຫຍ່ UNESCO ຄັ້ງທີ37 ຈະຮັບຮອງເອົາ ຍຸດທະສາດພັດທະນາໃຫມ່

ກອງປະຊຸມສະມັດຊາ ໃຫຍ່ UNESCO ຄັ້ງທີ37 ຈະຮັບຮອງເອົາ ຍຸດທະສາດພັດທະນາໃຫມ່ - ảnh 1
ພາບປະກອບ:internet


(vovworld)-​ແຕ່​ວັນ​ທີ 5-21/11 ຢູ່ ປາຣີ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ UNESCO ຄັ້ງ​ທີ 37 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່ມາ​ຈາກ 195 ປະ​ເທດ​ສະມາຊິກອົງການ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ Katalin Bogyay ປະທານກອງ​ປະຊຸມສະມັດຊາ​ໃຫຍ່ UNESCO, ທ່ານ Alissandra Cummins ປະທານ​ສະພາ​ບໍລິຫານ UNESCO ​ແລະ ທ່ານນາງ Irina Bokova ຜູ້ອຳນວຍການ​ໃຫຍ່  UNESCO ລ້ວນ​ແຕ່​ເນັ້ນ​ຫນັກ​​ເຖິງ​ການ​ຊຸກຍູ້​ບົດບາດ​ຂອງ​ອົງການ​ນີ້​ໃນ​ສະພາບ​ໂລກ​ມີສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ການ​ພັດທະນາ. ​ໃນ​​ເວລາ 2 ອາທິດ​ທີ່ດຳ​ເນີນ​ກອງ​ປະຊຸມ, ສະມັດຊາ​ໃຫຍ່ UNESCO ​ໄດ້ພິຈາລະ​ນາ​ຫລາຍ​ບັນຫາ​ສຳຄັນ​ຂອງອົງການ​ນີ້. ນັ້ນ​ແມ່ນ​ຮັບຮອງ​ເອົາ​ຍຸດ​ທະ​ສາດ ​ແລະ ງົບປະມານ​ໄລ​ຍະກາງ (8 ປີ) ​ແລະ ​ໄລຍະ​ສັ້ນ (4 ປີ) ​ໃຫ້​ເໝາະ​ສົມ​ກັບ​ຍຸດ​ທະ​ສາດ​ພັດທະນາ​ຂອງ ສປຊ. ທ່ານ ​ເຢືອງວັນ​ກວາງ, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ໃຫມ່​ຂອງ UNESCO ​ແມ່ນ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ປະຕິ​ຮູບ, ຕາມ​ຄວາມ​ຮຽກຮ້ອງ​​ພາວະ​ວິ​ໄສ​ຂອງ​ສະພາບ​ການ​ໃຫມ່​ຂອງ​ໂລກ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ​ຂອງ UNESCO, ​ເອກ​ອັກຄະ​ລັດຖະທູດ ​ເຢືອງວັນ​ກວ໋າງ ​ໃຫ້​ຮູ້​ວ່າ:

        “ບັນດາ​ມາດ​ຕະການ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ​ການ​ເງິນ ລວມມີ: 3 ມາດ​ຕະການ​ໃຫຍ່. ທີ​ຫນຶ່ງ ​ແມ່ນ​ສ້າງ​ຕັ້ງ​ກອງ​ທຶນ​ພິ​ເສດ​ເພື່ອ​ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດປະກອບ​ທຶນ​ຕື່ມ​ອີກ. ມາດ​ຕະການ​ທີ​ສອງ ​ແມ່ນ​ປະຢັດ​ບັນດາ​ລາຍ​ຈ່າຍ​ດ້ານ​ບໍລິຫານ ​ແລະ ບັນຫາ​ຮັບ​ສະໝັກ​ພະນັກງານ​ຂອງ UNESCO. ມາດ​ຕະການ​ທີ​ສາມ ​ແມ່ນ​ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຮັບ​ຜິດ​ຊອບ​​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UNESCO ຢູ່​ປະ​ເທດ​ຕົນ.”
ຂ່າວ/ບົດ​ອື່ນ