ພັດທະນາເສດຖະກິດເຂດຕາເວັນຕົກສ່ຽງເໜືອ ສົມກັບຄວາມສາມາດບົ່ມຊ້ອນ
ວັນທີ 13/1, ຢູ່ນະຄອນ ອຽນບ໋າຍ, ແຂວງອຽນບ໋າຍ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2011, ຜັນຂະຫຍາຍທິດທາງໜ້າທີ່ປີ 2012. ບົດສະຫຼຸບຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຊີ້ແຈງວ່າ: ປີ 2011, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເຂດຕາເວັນຕົກສ່ຽງເໜືອໄດ້ມານະພະຍາຍາມບັນລຸໄດ້ໝາກຜົນສຳຄັນພໍສົມຄວນໃນການພັດທະນາເສດຖະກິດ, ສັງຄົມ. ລະດັບເຕີບໂຕ GDP ທົ່ວເຂດບັນລຸກ່ວາ 10%. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການສູນກາງ ແລະ ທ້ອງຖີ່ນຕ່າງໆຄວນສຸມໃສ່ປຶກສາຫາລື, ຊອກຫາບັນດາທິດທາງໃຫ້ແກ່ເຂດຕາເວັນຕົກສ່ຽງເໜືອໃນໄລຍະທີ່ຈະມາເຖິງ. ທ່ານກ່າວວ່າ:
“ທີ່ກອງປະຊຸມນີ້, ຂ້າພະເຈົ້າສະເໜີໃຫ້ພວກເຮົາຕ້ອງສຸມໃສ່ຮັບຟັງ ແລະ ປຶກສາຫາລືບັນດາບັນຫາຄື: ທີ່ໜຶ່ງແມ່ນບັນດາບັນຫາຂອງເຂດຕາເວັນຕົກສ່ຽງເໜືອ ແລະ ບັນດາບັນຫາໄດ້ວາງອອກຢູ່ນີ້. ທີ່ສອງແມ່ນບັນດາບັນຫາວາງອອກໃຫ້ແກ່ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ. ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຕ້ອງແມ່ນຄະນະທີ່ເຄື່ອນໄຫວຢ່າງແທດຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງເຂດຕາເວັນຕົກສ່ຽງເໜືອ”