ກອງປະຊຸມສະຫລຸບຂອງຂະແໜງກໍ່ສ້າງປີ2013
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 7/1, ກະຊວງກໍ່ສ້າງ ຫວຽດນາມ ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າວອິນເຕີເນັດກັບບັນດາແຂວງ, ນະຄອນເພື່ອສະຫລຸບວຽກງານປີ 2013 ແລະ ປຶກສາຫາລືບັນດາມາດຕະການຜັນຂະຫຍາຍແຜນການປີ 2014, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມກອງປະຊຸມຢູ່ ຮ່າໂຮ້ຍ. ຕາມບົດລາຍງານຂອງກະຊວງກໍ່ສ້າງ, ປີ 2013, ບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມຕົ້ນຕໍ່ຂອງຂະແໜງໄດ້ຮັກສາລະດັບເຕີບໂຕ, ວຽກງານ, ສ້າງລະບົບລະບອບຄຸ້ມຄອງແຫ່ງລັດສຳເລັດໄດ້ຮັບການເອົາໃຈໃສ່ປະຕິບັດ ແລະ ມີລັກສະນະບຸກທະລຸ, ການຄຸ້ມຄອງການລົງທຶນກໍ່ສ້າງໄດ້ຮັບການເພີ່ມທະວີ, ການສ້າງແຜນກຳນົດກໍ່ສ້າງ ແລະ ປະຕິບັດແຜນກຳນົດມີການປ່ຽນໃໝ່ຫຼາຍຢ່າງ, ວຽກງານພັດທະນາເຮືອນຢູ່ໄດ້ຮັບການຍຸ້ແຮງ, ຕະຫຼາດອະສັງຫະລິມະຊັບມີຫຼາຍການຫັນປ່ຽນຢ່າງຕັ້ງໜ້າ, ພິເສດແມ່ນໃນຊຸມເດືອນທ້າຍປີ 2013... ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນ ແລະ ຍົກອອກຂໍ້ສະເໜີ, ມາດຕະການເພື່ອໃຫ້ຂະແໜງກໍ່ສ້າງປະຕິບັດບັນດາໜ້າທີ່ໃນປີ 2014 ເປັນຢ່າງດີກ່ວາອີກ.