ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
ພາບ:internet
|
(vovworld)- ຕອນເຊົ້າວັນທີ 21/5, ໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ຮັບຟັງຫນັງສືສະເຫນີຮ່າງກົດໝາຍ ປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍປ້ອງກັນແລະດັບເພິງ ແລະ ບົດລາຍການກວດກາຮ່າງກົດໝາຍສະບັບນີ້. ສະພາແຫ່ງຊາດກໍ່ໄດ້ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດອະພິປາຍ, ຮັບເອົາການປະກອບຄຳເຫັນ, ດັດແກ້ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ. ປຶກສາຫາລືທີ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການກໍ່ການຮ້າຍ, ສສຊ ສ່ວນຫຼາຍໄດ້ເຫັນດີ ແລະ ຖືວ່າເລື່ຶອງປະກາດໃຊ້ກົດໝາຍແມ່ນຈຳເປັນໃນເງື່ອນໄຂເຊື່ອມໂຍງຄືປະຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄຳເຫັນຖືວ່າ: ຄຳນິຍາມ ການກໍ່ການຮ້າຍທີ່ໄດ້ລະບຸໃນກົດໝາຍຄວນມີລັກສະນະກວມລວມກ່ວາເພື່ອເຮັດໃຫ້ລັກສະນະຮອບດ້ານຂອງການກະທຳນີ້ ພ້ອມທັງຊັ່ງຊາ ພາກສ່ວນຂອງຄະນະຊີ້ນຳປ້ອງກັນ, ຕ້ານ ການກໍ່ການຮ້າຍ. ເມື່ອເຕື້ອງເຖິງບັນຫາຮ່ວມມືສາກົນໃນການປ້ອງກັນ, ຕ້ານການກໍ່ການຮ້າຍ, ສສຊ ແຂວງ ເກີນເທີ ຫງວຽນມິງຄາ ຍົກຄຳເຫັນວ່າ:
“ການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍແມ່ນຈຳເປັນ, ຮ່ວມມືເພື່ອແບ່ງປັນຂໍ້ມູນຂ່າວ, ຝຶກອົບຮົມບຳລຸງສ້າງ ແລະ ຈັດຕັ້ງການຝຶກແອບ, ພິເສດແມ່ນໃນການປະກອບພາຫະນະອຸປະກອນ, ເຕັກນິກໃຫ້ແກ່ບັນດາກຳລັງປ້ອງກັນ, ຕ້ານການກໍ່ການຮ້າຍ. ຂົງເຂດນີ້ພວກເຮົາບໍ່ທັນມີບົດຮຽນຫຼາຍແຕ່ວ່ານີ້ແມ່ນຂົງເຂດທີ່ສະດຸ້ງໄວຕ້ອງຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ”
ຕອນບ່າຍຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13, ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍສະບັບປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ຮ່າງກົດໝາຍສະບັບ ປັບປຸງເພີ່ມເຕີມບາງຂໍ້ມາດຕາ ຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ.
ຮ່າງກົດໝາຍສະບັບປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຕົ້ນຕໍ່ແມ່ນເລັ່ງໃສ່ການດັດແກ້ເພີ່ມເຕີມຕໍ່ການກຳນົດກ່ຽວກັບເປົ້າໝາຍບໍ່ເສຍອາກອນມູນຄ່າເພີ່ມ. ສ່ວນຮ່າງກົດໝາຍສະບັບປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດແມ່ນສຸມໃສ່ເພີ່ມເຕີມນະໂຍບາຍບຸລິມະສິດດ້ານອາກອນທີ່ມີຕໍ່ບັນດາຂົງເຂດ, ຂະແໜງອາຊີບ, ບໍລິເວນຮັບບຸລິມະສິດ. ສສຊ ນະຄອນໂຮ່ຈິມິນ, ທ່ານ ຫງວຽນຫງອກຮ່ວາ ມີຄຳເຫັນວ່າ:
“ ພາສີອາກອນແມ່ນ ສິ່ງຊັກຈູງກະແສລົງທຶນ. ຍົກຕົວຢ່າງຄື ຖ້າຫາກປະຈຸບັນ ກຳນົດອັດຕາ ພາສີອາກອນສູງກວ່າລະດັບລວມຂອງບັນດາປະເທດອ້ອມຂ້າງນັ້ນ, ເຂົາເຈົ້າຈະບໍ່ເຂົ້າມາຫວຽດນາມລົງທຶນ, ຫາກຫັນທິດໄປລົງທຶນຢູ່ປະເທດອື່ນ. ຜ່ານການສຳຫຼວດ, ກໍສະແດງໃຫ້ເຫັນວ່າ ອັດຕາ ພາສີອາກອນຕາມເສັ້ນທາງກ້າວໄປເຖິງລະດັບ 20% ແມ່ນອັດຕາພາສີອາກອນລວມຊຶ່ງບັນດາປະເທດໃນພາກພື້ນພວມນຳໃຊ້. ການຫຼຸດ ອັດຕາພາສີອາກອນນີ້ ແມ່ນເໝາະສົມ, ເພາະວ່າ ກ່ອນອື່ນໝົດ, ພວກເຮົາຕ້ອງແກ່ງແຍ້ງກັບບັນດາປະເທດໃນພາກພື້ນເພື່ອດຶງດູດການລົງທຶນ. ທີ່ 2 ແມ່ນໃນເງື່ອນໄຂຄວາມຫຍຸ້ງຍາກຄືປະຈຸບັນ, ແມ່ນຄວນມີເສັ້ນທາງເພື່ອຕໍ່ກຳລັງແຮງໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ. ທັງນີ້ກໍເພື່ອຊ່ວຍວິສາຫະກິດເປີດກ້ວາງຂອບເຂດການຜະລິດ, ດຳເນີນທຸລະກິດຫຼາຍຂຶ້ນ ”