ກອງປະຊຸມສະໄໝສາມັນຄັ້ງທີ 8 ຈະຮັບຮອງເອົາ ບັນດາກົດໝາຍກ່ຽວຂ້ອງເຖິງການຈັດຕັ້ງກົງຈັກລັດ
(ພາບປະກອບ: TTXVN)
(vovworld) – ກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 13 ຈະຮັບຮອງເອົາບັນດາກົດໝາຍກ່ຽວກັບການຈັດຕັ້ງກົງຈັກລັດ. ໃນຈຳນວນບັນດາກົດໝາຍ ມີກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ), ກົດໝາຍວ່າດ້ານການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງໄອຍະການປະຊາຊົນ (ສະບັບປັບປຸງ). ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ) ມີການແບ່ງງານ, ໜ້າທີ່, ສິດຂອງບັນດາອົງການສະພາແຫ່ງຊາດຢ່າງລະອຽດ, ກະຈ່າງແຈ້ງ ເພື່ອຫຼີກລ້ຽງສະພາບຊັບຊ້ອນ, ບໍ່ຫັນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດເປັນບໍລິຫານ. ລັດຖະທຳມະນູນປີ 2013 ມີບັນດາຂໍ້ກຳນົດໃໝ່ກ່ຽວກັບອັດຕາອົງການສິດຈັດຕັ້ງອຳນາດຂອງລັດ ຮຽກຮ້ອງຕ້ອງປັບປຸງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານປີ 2001, ພິເສດແມ່ນກຳນົດກ່ຽວກັບລັດຖະບານ ແລະ ການພົວພັນຂອງລັດຖະບານກັບບັນດາອົງການສິດອຳນາດອື່ນໆ.
ຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ໄດ້ຮັບການກໍ່ສ້າງເພື່ອໃຫ້ການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນເໝາະສົມກັບລັດຖະທຳມະນູນປີ 2013; ຮັບປະກັນໃຫ້ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເຄື່ອນໄຫວຢ່າງມີປະສິດທິຜົນ.