(vovworld) - ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມມາດຕາ 170 ຂອງກົດໝາຍວ່າດ້ວຍວິສາຫະກິດໄດ້ນຳມາປຶກສາຫາລືທີ່ວາລະປະຊຸມຄົບຄະນະໃນຕອນບ່າຍວັນທີ 5/6, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13.
ທີ່ການປຶກສາຫາລື, ມີບາງຄຳເຫັນໄດ້ເຫັນດີເປັນເອກະພາບກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມມາດຕາ 170 ຂອງກົດໝາຍວ່າດ້ວຍວິສາຫະກິດ, ຖືວ່າ ໃນສະພາບການທີ່ບັນດາວິສາຫະກິດພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍຢ່າງ ແລະ ບາງມາດຕະການໜູນຊ່ວຍຂອງລັດຖະບານຕ້ອງມີເວລາຕື່ມອີກເພື່ອປະຕິບັດນັ້ນ, ເລື່ອງພິຈາລະນາປັບປຸງມາດຕາ 170 ຂອງກົດໝາຍວ່າດ້ວຍວິສາຫະກິດແມ່ນຈຳເປັນ. ວຽກງານນີ້ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດສືບຕໍ່ຮັກສາການເຄື່ອນໄຫວ, ສ້າງພື້ນຖານນິຕິກຳເພື່ອສົ່ງເສີມບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ທີ່ຍັງບໍ່ທັນຈົດທະບຽນຄືນໃໝ່, ປະຕິບັດໂຄງການລົງທຶນໃໝ່ ແລະ ເປີດກ້ວາງການລົງທຶນຢູ່ ຫວຽດນາມ. ທ່ານ ຫງວຽນກົງຮົ່ງ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ສະເໜີວ່າ:
“ສະພາແຫ່ງຊາດອາດຈະປັບປຸງມາດຕາ 170. ແຕ່ຂ້າພະເຈົ້າສະເໜີວ່າ: ສຳລັບບັນດາວິສາຫະກິດເຊິ່ງໃບອະນຸຍາດລົງທຶນຍັງມີກຳນົດເວລາຕ້ອງກຳນົດແຈ້ງວັນເວລາເພື່ອຈົດທະບຽນຄືນໃໝ່. ນັບທັງບັນດາວິສາຫະກິດທີ່ມີໃບອະນຸຍາດລົງທຶນໝົດກຳນົດເວລາ, ຖ້າຫາກຈົດທະບຽນຄືນໃໝ່ ກົດໝາຍກໍ່ຕ້ອງກຳນົດເວລາແນໃສ່ຈົດທະບຽນລະອຽດເພື່ອຮັບປະກັນຄວາມເປັນເອກະພາບ, ເຄົາລົບກົດໝາຍ”
ສສຊໄດ້ປຶກສາຫາລືກ່ຽວກັບການຄາດຄະເນລາຍການສ້າງກົດໝາຍລັດຖະບັນຍັດປີ 2014
ພາບ:internet
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 5/6, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການຄາດຄະເນລາຍການສ້າງກົດໝາຍລັດຖະບັນຍັດປີ 2014, ປັບປຸງລາຍການສ້າງກົດໝາຍ, ລັດຖະບັນຍັດຊຸດທີ 13 ແລະ ປີ 2013 ຂອງສະພາແຫ່ງຊາດ. ຕາມຫນັງສືສະເຫນີແລ້ວ, ລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2014 ຊື່ງລວມມີ: 36 ຮ່າງກົດໝາຍ; ເພີ່ມເຕີມ ແລະ ປັບປຸງຄວາມຄືບຫນ້າຂອງຮ່າງກົດໝາຍ 13 ສະບັບ, ຮ່າງມະຕິ 1 ສະບັບຂອງຄະນະປະຈຳສະພາແຫ່ງຊາດໃນລາຍການສ້າງກົດໝາຍ, ລັດຖະບັນຍັດປີ 2013; ເພີ່ມເຕີມຮ່າງກົດໝາຍ 6 ສະບັບ, ລັດຖະບັນຍັດ 2 ສະບັບ, ຮ່າງມະຕິ 1 ສະບັບເຂົ້າໃນລາຍການສ້າງກົດໝາຍ, ລັດຖະບັນຍັດຂອງສະພາແຫ່ງຊາດຊຸດທີ 13. ກ່າວຄຳເຫັນກ່ຽວກັບເນື້ອໃນດັ່ງກ່າວ, ສສຊ ຫລາຍທ່ານເຫັນດີກັບເລື່ອງຄະນະປະຈຳສະພາແຫ່ງຊາດພິຈາລະນາ ນຳຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະກັນສຸຂະພາບເຂົ້າລາຍການດຳເນີນງານຂອງກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13 ແລະ ຈະໄດ້ຮັບການພິຈາລະນາຮັບຮອງເອົາທີ່ກອງປະຊຸມເທື່ອທີ 7 ຍ້ອນວ່າ ນີ້ແມ່ນບັນຫາຮ້ອນເຮັ່ງ.
ຕອນເຊົ້າວັນດຽວກັນ, ບັນດາ ສສຊ ໄດ້ຮັບຟັງຫນັງສືສະເຫນີ ແລະບົດລາຍງານກວດກາຮ່າງກົດໝາຍວ່າດ້ວຍການປະຢັດ, ຕ້ານການຟຸມເຟືອຍສະບັບປັບປຸງ.