ກອງປະຊຸມສະໄໝສາມັນເທືອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13 ສືບຕໍ່ເຮັດວຽກ
ບັນດາ ສ.ສ.ຊ ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ |
(vovworld)- ໂດຍສືບຕໍ່ການເຮັດວຽກຂອງກອງປະຊຸມສະໄໝສາມັນເທືອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13 , ຕອນເຊົ້າວັນທີ 23/5 ຢູ່ຮ່າໂນ້ຍ, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ. ມີຄຳຄິດເຫັນຫຼາຍຂໍ້ຖືວ່າ ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງໄດ້ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນເປັນລະອຽດ, ສາມາດຮັບປະກັນຄວາມເປັນເອກະພາບກັບບັນດາເອກະສານນິຕິກຳອື່ນໆ. ທ່ານ ເລຈ້ອງຊາງ ສ.ສ.ຊ ນະຄອນໂຮ່ຈິມິນ ມີຄຳເຫັນວ່າ :
“ ຂ້າພະເຈົ້າສະເໜີ ຕ້ອງມີພາກສະເພາະບັນຫາດຳເນີນຄະດີແຮງງານ, ເພາະການພົວພັນທາງພົນລະເຮືອນ ແລະ ການພົວພັນແຮງງານແມ່ນມີຈຸດພິເສດສະເພາະ. ສິ່ງນີ້ກໍສາມາດນຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຈະຊ່ວຍສະກັດກັ້ນສະພາບນັດຢຸດງານ ”
ຕອນບ່າຍຂອງວັນດຽວກັນ, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍສັດຕະວະແພດ.