ກອງປະຊຸມສຳມະນາການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງຢູ່ຫວຽດນາມ

ກອງປະຊຸມສຳມະນາການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງຢູ່ຫວຽດນາມ - ảnh 1
ພິ​ທີ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

(vovworld)- ຕອນ​ເຊົ້າ​ວັນ​ທີ 26/12 ຢູ່ ນະ​ຄອນ​ໂຮ່​ຈິ​ມີນ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ແລະ ຄະ​ນະ​ພັກ​ນະ​ຄອນ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ການ​ເຫລື້ອມ​ໃສ​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ຢູ່ ຫວຽດ​ນາມ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​ເນື່ອ​ງ​ໃນ​ໂອ​ກາດ 3 ປີ​ແຫ່ງວັນ UNESCO ຮັບ​ຮອງ​ການ​ເຫລື້ອມ​ໃສ​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ຢູ່ ຟູ​ທໍ້ ຂອງ​ຫວຽດ​ນາມ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມ​ີ​ຮູບ​ຮ່າງ​ຕາງ​ຫນ້າ​ໃຫ້​ມວນ​ມະ​ນຸດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຄຸ້ມ​ຄອງ, ຜູ​້​ຊ່ຽວ​ຊານ ອີກ​ຄັ້ງ​ຫນຶ່ງ​ໄດ້​ຢືນ​ຢັນ: ການ​ເຫລື້ອມ​ໃສ​ບູ​ຊາ​ເຈົ້າ​ຊີ​ວິ​ດ​ຮຸ່ງ ໄດ້​ຮັບ​ຖື​ວ່າ ແມ່ນ​ສັນ​ຍາ​ລັກ​ສ່ອງ​ແສງ​ໃຫ້​ເຫັນນ້ຳ​ໃຈ​ຊາດ, ສະ​ຕິ​ຕໍ່​ຊາດ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ.  ການ​ເຫລືິ້ອມ​ໃສ​ນີ້​ແມ່ນ​ຍືນ​ຍົງ​ຄົງ​ຕົວ​ໃນ​ປະ​ຫວັດ​ສາດ ນັບ​ພັນໆ​ປີ​ ແລະ ນັບ​ມື້​ນັບ​ພັດ​ທະ​ນາ. ສາດ​ສະ​ດາ​ຈານ, ດ​ຣ ເຈືອງກວກ​ບີງ, ກຳ​ມະ​ການ​ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ເນັ້ນ​ຫນັກ​ວ່າ:

        “ມາ​ຮອດ​ປະ​ຈຸ​ບັນ, ພັກ, ລັດ​ຫວຽດ​ນາມ ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ການ​ເຫລື້ອມ​ໃສ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ຄື​ດັ່ງ​ຫນຶ່ງ​ໃນ​ບັນ​ດາ​ມໍ​ລະ​ດົກ​ດ້ານຈິດ​ໃຈ, ຊັບ​ສົມ​ບັດ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ຊາດ.”

ຂ່າວ/ບົດ​ອື່ນ