ກອງປະຊຸມສຳມະນາກາລະໂອກາດລົງທຶນເຂົ້າອົດສຕາລີໃຫ້ວິສາຫະກິດຫວຽດນາມ
ກອງປະຊຸມສາມະນາກາລະໂອກາດລົງທຶນເຂົ້າ ອົດສຕາລີ
(ພາບ: vietnam+)
(vovworld) – ວັນທີ 21/9, ສະຫະສະມາຄົມວິສາຫະກິດ ຫວຽດນາມ ຢູ່ Sydney (VSVA) ສົມທົບກັບສະຖານທູດ, ອົງການການຄ້າຫວຽດນາມ ປະຈຳ ອົດສຕາລີ, ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ກາລະໂອກາດລົງທຶນເຂົ້າ ອົດສຕາລີ” ສຳເລັດຜົນ. ກອງປະຊຸມສຳມະນາຄັ້ງນີ້ ດຶງດູດການເຂົ້າຂອງຜູ້ຕາງໜ້າທີ່ມາຈາກກ່ວາ 20 ວິສາຫະກິດຂອງ ຫວຽດນາມ, ວິສາຫະກິດ ຫວຽດນາມ ຢູ່ ອົດສຕາລີ ແລະ ນັກຊ່ຽວຊານໃຫ້ຄຳປຶກສາ ອົດສຕາລີ ໃນຂົງເຂດປະກັນໄພ, ການເງິນ, ອະສັງຫາລິມະຊັບຈຳນວນໜຶ່ງ…ກອງປະຊຸມສຳມະນາແບ່ງປັນບັນດາບົດຮຽນພຶດຕິກຳຕົວຈິງ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດ ຫວຽດນາມ ທີ່ລົງທຶນເຂົ້າຕະຫລາດນີ້. ນະໂຍບາຍການຄ້າ ແລະ ພາສີຂອງ ອົດສຕາລີ ແມ່ນໂປ່ງໃສສົມຄວນ, ແຕ່ຮົ້ວປອດພາສີພັດແໜ້ນແຟ້ນທີ່ສຸດ. ດ້ວຍສະພາບການສົ່ງອອກສິນຄ້າໄປອົດສຕາລີ ຄືປະຈຸບັນ, ບັນດາວິສາຫະກິດ ຫວຽດນາມ ຕ້ອງແກ້ໄຂສິ່ງທີ່ຍັງຄົງຄ້າງ, ຈຳກັດ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວນີ້ໃຫ້ສົມກັບຄວາມສາມາດບົ່ມຊ້ອນການສົ່ງອອກຂອງ ຫວຽດນາມ ແລະ ຄວາມຕ້ອງການນຳເຂົ້າຂອງຝ່າຍ ອົດສຕາລີ.