ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ
ພາບປະກອບ: internet
|
(vovworld) - ຕອນເຊົ້າວັນທີ 6/9 ຢູ່ ນະຄອນ ໂຮ່ຈິມີນ, ຄະນະປະຕິບັດງານສະມາຊິກສະພາແຫ່ງຊາດຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ບົດບາດຂອງ ສສຊ ສະເພາະກິດໃນການເຄື່ອນໄຫວຂອງຄະນະ ສສຊ. ບັນດາບົດປະກອບຄຳຄິດຄຳເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຢືນຢັນເຖິງຄວາມຈຳເປັນ ແລະ ບົດບາດສຳຄັນຂອງຄະນະ ສສຊ, ສສຊ ສະເພາະກິດໃນການກຳແຫນ້ນ ຄວາມຄິດ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ, ເຜີຍແຜ່, ສຶກສາກົດໝາຍ ແລະ ສ້າງກົດໝາຍ. ຢາກຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃຫມ່, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄວນສືບຕໍ່ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດໃຫ້ຄົບຊຸດ, ທ່ານນາງ Nguyen Thi Nuong ຫົວຫນ້າຄະນະປະຕິບັດງານສະມາຊິກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໃຫ້ຮູ້ວ່າ:
“ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບເພີ່ມຂຶ້ນຢ່າງເຫັນໄດ້ຊັດ, ໃນນັ້ນ ມີບົດບາດຫລັກແຫລ່ງຂອງ ສສຊ ສະເພາະກິດ ຢູ່ ສູນກາງ ແລະ ທ້ອງຖິ່ນ. ນັບແຕ່ກ່ອນມາຮອດປະຈຸບັນ, ບັນດາທ້ອງຖິ່ນມີຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ຄະນະສສຊ ແລະ ສສຊ ສະເພາະກິດເຄື່ອນໄຫວ, ເຖິງຢ່າງໃດກໍຕາມ, ຄວາມເອົາໃຈໃສ່ນີ້ຍັງບໍ່ທັນສະໝຳ່ສະເຫມີ.”