ກອງປະຊຸມສຳມະນາ“ຊອກຫາມາດຕະການສັນຕິພາບໃຫ້ບັນດາການຂັດແຍ້ງຢູ່ທະເລຕາເວັນອອກຈາກທັດສະນະຂອງອາຊຽນ”

ກອງປະຊຸມສຳມະນາ“ຊອກຫາມາດຕະການສັນຕິພາບໃຫ້ບັນດາການຂັດແຍ້ງຢູ່ທະເລຕາເວັນອອກຈາກທັດສະນະຂອງອາຊຽນ” - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 01/09, ຢູ່​ນະ​ຄອນ​ຫຼວງ ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ “ຊອ​ກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ​ຈາກ​ທັດ​ສະ​ນະ​ຂອງ​ອາ​ຊຽນ”. ເຫດ​ການ​ໂດຍ​ສູນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຈັດ​ຕັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮ​ຽນ​ຮູ້, ນັກ​ຊ່ຽວ​ຊານ, ບັນ​ດາ​ນັກ​ຄົ້ນ​ຄວ້າ ທີ່​ມາ​ຈາກ​ບັນ​ດາ​ສູນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີຕາ​ເວັນ​ອອກ  ແລະ ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Siswo Pramono, ຫົວ​ໜ້າ​ກົ​ມ​ພັດ​ທະ​ນາ ແລະ ໄຈ້​ແຍກ​ນະ​ໂຍ​ບາຍ, ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ ເນັ້ນ​ໜັກ​ເຖິງ​ສະ​ພາບ​ຕົວ​ຈິງ​ຂອງ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພວມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ເພື່ອ​ຈຸດ​ໝາຍ​ພັດ​ທະ​ນາ​ລວມ.

        ກ່ຽວ​ກັບ​ບົດ​ບາດ​ຂອງ​ອາ​ຊຽນ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່າ​ນ​ຮອງ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ Ralf Emmers, ສັງ​ກັ​ດ​ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຊີ Nanyang, ສິງ​ກະ​ໂປ ໃຫ້​ຮູ້​ວ່າ, ອາ​ຊຽນ ພວມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ນີ້​ຈະ​ແມ່ນໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ທີ່​ໄດ້​ປຶ​ກ​ສາ​ຫາ​ລືທີ່ກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 28 – 29 ເຊິ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ລາວ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ