ເຂດອຸດສາຫະກຳ ຢູ່ ແຂວງ ບີ່ງເຢືອງ
ພາບປະກອບ:internet
|
(vovworld)- ວັນທີ 5/3, ກອງປະຊຸມສຳມະນາດຶງດູດການລົງທຶນເຂົ້າ ຫວຽດນາມ ໄດ້ຖືກຈັດຂຶ້ນຢູ່ນະຄອນ ນິວຢອກ ສະຫະລັດ ອາເມລິກາ ດ້ວຍການຫນູນຊ່ວຍຂອງບໍລິສັດໃຫຍ່ Bacamex IDC ບີ່ງເຢືອງ, ທະນາຄານ Citibank ແລະ ຫ້ອງການການຄ້າ Mahattan. ເຫດການນີ້ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາບໍລິສັດ, ກອງທຶນລົງທຶນ, ບັນດາອົງການການຄ້າ ອາເມລິກາ ຢູ່ ນິວຢອກ ກວ່າ 70 ທ່ານ. ບົດປາໄສຂອງທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວຫນ້າຄະນະຜູ້ຕາງຫນ້າຂອງ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນຫນັກວ່າ: ຫວຽດນາມ ມີກາລະໂອກາດຫລາຍຢ່າງເພື່ອລົງທຶນ, ດຳເນີນທຸລະກິດ. ຢູ່ຂັ້ນທ້ອງຖິ່ນ, ບີ່ງເຢືອງ ແມ່ນແຂວງມີສະພາບແວດລ້ອມແຫ່ງການລົງທຶນຕົ້ນຕໍຢູ່ ຫວຽດນາມ ແລະ ບັນລຸໄດ້ຜົນງານຫລາຍຢ່າງໃນການດຶງດູດການລົງທຶນ, ປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຊາດ. ທີ່ກອງປະຊຸມສຳມະນາ, ຜູ້ຕາງຫນ້າຂອງບັນດາບໍລິສັດ, ກຸ່ມບໍລິສັດອາເມລິກາ ໄດ້ສະແດງຄວາມສົນໃຈເຖິງບັນດາລະບຽບການລົງທຶນ ຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງບິ່ງເຢືອງ ເວົ້າສະເພາະ ກໍຄືການພົວພັນດ້ານການຄ້າສອງຝ່າຍ ອາເມລິກາ ແລະ ຫວຽດນາມ.