ກອງປະຊຸມສຳມະນາຕີ ລາຄາກາງສະໄໝໂຄງ ການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງ 2011

ກອງປະຊຸມສຳມະນາຕີ ລາຄາກາງສະໄໝໂຄງ ການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງ 2011 - ảnh 1
ກອງປະຊຸມສຳມະນາຕີລາຄາກາງສະໄໝໂຄງການຂໍ້ລິເລີ່ມປ້ອງກັນ, ຕ້ານການສໍ້ລາດບັງຫຼວງ 2011
(ພາບ: Doãn Tấn/TTXVN)

(vovworld) – ວັນ​ທີ 16/8 ຢູ່ ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ​ສົມທົບ​ກັບ​ທະນາຄານ​ໂລກ (ຫຼື WB) ​ແລະ ບັນດາ​ນັກ​ອຸ​ປະ​ຖຳ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກາງ​ສະ​ໄໝ​ໂຄງການ​ຂໍ້​ລິ​ເລີ່​ມປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ (ຫຼື VACI) 2011. ກອງ​ປະຊຸມ​ສຳ​ມະ​ນາ​ລວມມີ 3 ວາລະ​ປຶ​ກສາ​ຫາລື, ຕີ​ລາຄາ​ເລື່ອງ​ປະຕິບັດ​ບັນດາ​ໂຄງການ​ທີ່​ຍາດ​ໄດ້​ລາງວັນ​ຂອງ VACI 2011, ຜ່ານ​ນັ້ນ​ໄດ້​ສະ​ເໜີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ, ​ເພີ່ມ​ທະວີ​ຄວາມ​ສາມາດ​ປະຕິບັດ​ໂຄງການ, ກໍ​ຄື​ນຳສະ​ເໜີ​ບັນດາ​​ແນວ​ຄວາມ​ຄິດ ກ່ຽວ​ກັບ​​ການ​ທະວີ​ຄຸນ​ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ການ​ນຳ​ອົງການ​ກວດກາ​ລັດຖະບານ ​ແລະ ທະນາຄານ​ໂລກ ​ເນັ້ນ​ໜັກ​ລະດັບ​ສໍ້​ລາດ​ບັງ​ຫຼວງ​ພວມ​ມີ​ທ່າອ່ຽງ​ເພີ່ມ​ຂຶ້ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ ຢູ່​ຫວຽດນາມ. ບົດຮຽນ​ຂອງ​ຫວຽດນາມ ​ແລະ ​ໂລກ​ໃຫ້​ເຫັນ​ວ່າ: ຍັງ​ສາມາດຈຳກັດ​ໄພ​ສໍ້​ລາດ​ບັງ​ຫຼວງ ດ້ວຍ​ການ​ເປີດ​ເຜີຍ ​ແລະ ກະຈ່າງ​ແຈ້ງ, ​ໃນ​ນັ້ນ​ມອບ​ສິດ​ໃຫ້​ແກ່​ປະຊາຊົນ​ເຂົ້າ​ຮ່ວມ​ການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ. ທ່ານ​ຮອງ​ຫົວໜ້າ​ອົົງການ​ກວດກາ​ລັດຖະບານ​ຫວຽດນາມ Nguyen Duc Hanh ​ໃຫ້​ຮູ້​ວ່າ:

“ຜ່ານກ່ວາ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ VACI 2011 ​ໄດ້​ເສີມ​ຂະຫຍາຍ​ບົດບາດ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​​ແນວ​ຄວາມ​ຄິດຂອງ​ວົງ​ຄະນະ​ຍາດ ​ສາມາດ​ມາສູ່​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ຂອງ​ລັດ, ກໍ​ຄື​ບັນດາ​ຄວາມ​ຮູ້​ດ້ານກົດໝາຍ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ. ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ມື້​ນີ້ ​​ແມ່ນ ​ໂອກາດ​ເພື່ອ​ໃຫ້​ອົງການ​ກວດກາ​ລັດຖະບານ, ທະນາຄານ​ໂລກ, ບັນດາ​ນັກ​ອຸປະຖຳ ​ແລະ ບັນດາ​ເຈົ້າ​ຂອງ​ໂຄງການ​ພ້ອມ​ກັນ​ປຶກສາ​ຫາລື, ຍົກ​​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ອອກ​ແບບ​ໃຫ້​ແກ່​ໂຄງການ VACI 2013, 2015 ບົນ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່, ເສີມ​ຂະຫຍາຍ​ບັນດາ​ຈຸດ​ແຂງ​ແຮງ, ດັດ​ປັບ​ບັນດາ​ຈຸດ​ທີ່​ບໍ່​ທັນ​ມີ​ປະສິດ​ທິຜົນ​ຂອງ VACI 2011. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຜ່ານ​ກອງ​ປະ​ຊຸມ​ສຳ​ມະ​ນາ​ນີ້, ບັນດາ​ເຈົ້າ​ຂອງ​ໂຄງການ​ສາ​ມາດ​ຮັບ​ຮູ້​ບັນດາ​ບົ​ດຮຽນຕົວ​ຈິງ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ບັນດາ​ໂຄງການ​ມີ​ຫົວຄິດ​ປະດິດ​ສ້າງ​ ​ແລະ ຄຸນ​ນະພາ​ບກ່ວາ.”

ຂ່າວ/ບົດ​ອື່ນ