ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບແຜນການກະທຳຂອງແມ່ຍິງແລະເສດຖະກິດ APEC

ກອງປະຊຸມສຳມະນາທາບທາມຄຳເຫັນກ່ຽວກັບແຜນການກະທຳຂອງແມ່ຍິງແລະເສດຖະກິດ APEC - ảnh 1

ກອງ​ປະ​ຊຸມ​ສຳ​ມະ​ນາ​ທາບ​ທາມ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ​ກະ​ທຳ​ຂອງ​ແມ່​ຍິງ ແລະ ເສດ​ຖະ​ກິດ APEC


(vovworld) –​​ ເພື່ອ​ກະ​ກຽມ​ເນື້ອ​ໃນ​ໃຫ້​ແກ່​ເວ​ທີ​ປາ​ໄສ​ແມ່​ຍິງ ແລະ ເສດ​ຖະ​ກິດ APEC, ວັນ​ທີ 10/4, ທີ່​ນະ​ຄອນ​ໂຮ່​ຈີ​ມິນ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ​ສັງ​ຄົມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ ທາບ​ທາມ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ​ກະ​ທຳ​ຂອງ​ແມ່​ຍິງ ແລະ ເສດ​ຖະ​ກິດ APEC 2017. ເວ​ທີ​ປາ​ໄສ​ແມ່​ຍິງ ແລະ ເສດ​ຖະ​ກິດ APEC 2017 ແມ່ນ​ເວ​ທີ​ປາ​ໄສ​ ທີ່​ມີ​ຜູ້​ແທ​ນ​ເຂົ້າ​ຮ່ວມ 500 ທ່ານ ທີ່​ມາ​ຈາກ  21 ພື້ນ​ຖານ​ເສດ​ຖະ​ກິດ, ບັນ​ດາ​ກຸ່ມ​ບໍ​ລິ​ສັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃຫຍ່. ດ້ວຍ​ຖາ​ນະ​ເປັນ​ປະ​ທານກອງ​ປະ​ຊຸມ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ​ ສັງ​ຄົມໄດ້​ກຳ​ນົດ 3 ເນື້ອ​ໃນ​ບຸ​ລິ​ມະ​ສິດ​ໃນ​ເວ​ທີ​ປາ​ໄສ​ນີ້​ຄື : ຊຸກ​ຍູ້​ຄວາມ​ສະ​ເໜີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ ເພື່ອ​ການ​ເຕີບ​ໂຕ​ເສດ​ຖະ​ກິດແບບກວມ​ລວມ; ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໂດຍ​​ແມ່ນແມ່​ຍິງ​ເປັນ​ເຈົ້າ​ຂອງ ແລະ ​ຄວາມ​ແຕກ​ໂຕນ​ກັນ​ຫວ່າງ​ລະ​ຫວ່າງ​​ຍິງ-ຊາຍ​ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ