ກອງປະຊຸມສຳມະນາລະດັບຊາດກ່ຽວກັບລັດຖະບານເອເລກໂຕນິກປີ 2014
(ພາບ: trongngay.net)
(vovworld) – “ພັດທະນາລັດຖະບານເອເລກໂຕນິກ: ໂຄງລ່າງຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ການປະຕິຮູບດ້ານບໍລິຫານສາທາລະນະ ເພື່ອແນໃສ່ຍົກສູງລະດັບພໍໃຈຂອງປະຊາຊົນ“ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາລະດັບຊາດກ່ຽວກັບລັດຖະບານເອເລກໂຕນິກປີ 2014 ເຊິ່ງໄຂຂຶ້ນໃນຕອນເຊົ້າວັນທີ 17/7, ຢູ່ນະຄອນດ່ານັ້ງ.
ກ່າວຄວາມເຫັນທີ່ພິທີໄຂ, ທ່ານຟຸ່ງເຕິ໋ນວຽດ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ໃຫ້ຮູ້ວ່າ, ໃນ 10 ປີຜ່ານມາ, ນະຄອນດ່ານັ້ງ ຍາມໃດກໍ່ບຸລິມາສິດອັນດັບໜຶ່ງໃຫ້ແກ່ການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ, ຍົກສູງປະສິດທິຜົນລັດຖະບານເອເລກໂຕນິກ:
“ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ພວກເຮົາແບ່ງປັນບັນດາຜົນງານກ່ຽວກັບການໝູນໃຊ້ ແລະ ພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຂອງທ້ອງຖີ່ນຕ່າງໆ ກໍ່ຄືແລກປ່ຽນ, ຮຳ່ຮຽນເອົາບົດຮຽນຈາກບັນດາບໍລິສັດ, ຜູ້ຊ່ຽວຊານອັນດັບໜຶ່ງທັງຢູ່ພາຍໃນ ແລະ ຕ່າງປະເທດໃນຂົງເຂດພັດທະນາ ເຕັກໂນໂລຢີຂໍ້ມູນຂ່າວສານ, ຈາກນັ້ນໝູນໃຊ້, ຜັນຂະຫຍາຍລັດຖະບານເອເລກໂຕນິກຂອງນະຄອນພວກຂ້າພະເຈົ້າ “