ກອງປະຊຸມສຳມະນາວິທະຍາສາດ“ບົດຮຽນປ່ຽນໃໝ່ຢູ່ຫວຽດນາມ:ປະຫວັດສາດແລະປະຈຸບັນ”

ກອງປະຊຸມສຳມະນາວິທະຍາສາດ“ບົດຮຽນປ່ຽນໃໝ່ຢູ່ຫວຽດນາມ:ປະຫວັດສາດແລະປະຈຸບັນ” - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 06/10, ຢູ່​ສຳ​ນັກ​ງານ​ສະ​ຖາ​ບັນ​​ຕາ​ເວັນອອກ​ໄກ ຢູ່​ມົດ​ສະ​ກ​ູ, ສະ​ຫະ​ພັນ​ລັດ​ເຊຍ, ສູນ​ຄົ້ນ​ຄວ້າ​ຫວຽດ​ນາມ ແລະ ອາ​ຊຽນ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 7 ດ້ວຍ​ຫົວ​ຂໍ້​ວ່າ “ບົດ​ຮຽນ​ປ່ຽນ​ໃໝ່​ຢູ່​ຫວຽດ​ນາມ: ປະ​ຫວັດ​ສາດ ​ແລະ ​ປະ​ຈຸ​ບັນ”. ​ບັນ​ດາ​ບົດ​ທາບ​ທາມ​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ສຸມ​ໃສ່​ໄຈ້​ແຍກ ແລະ ປຶກ​ສາ​ຫາ​ລື​ຮູບ​ແບບ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ, ບັນ​ດາ​ຜົນ​ກະ​ທົບ​ນະ​ໂຍ​ບາຍ “ປ່ຽນ​ໃໝ່” ເຖິງ​ທຸກ​ໆ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ​ຫວຽດ​ນາມ, ພ້ອມ​ທັງ​ຢືນ​ຢັນ​ບັນ​ດາ​ຜົນ​ງານ​ຂອງວິ​ວັດ​ທະ​ນາ​ການ​ “ປ່ຽນ​ໃໝ່” ໄດ້​ປ່ຽນ​ແປງ​​ໂສມ​ໜ້​າ​ປະ​ເທດ​ຊາດ​ຢ່າງ​ແທ​​້ຈິງ, ​ນຳ​ຫວຽດ​ນາມ ຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການ​ເສດ​ຖະ​ກິດ, ສັງ​ຄົມ ແລະ ກ້າວ​ໄປ​ເຖິງລະ​ດັບ​ພັດ​ທະ​ນາ​ປານ​ກາງ ຕາ​ມາດ​ຕະ​​ຖານ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນກໍ່​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ​ຄື: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ; ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ຂອງ​ຫວຽດ​ນາມ; ປະ​ຕິ​ຮູບ ແລະ ຫັນ​ການ​ສຶກ​ສາ​ຂອງ​ຫວຽດ​ນາມເປັນ​ທັນ​ສະ​ໄໝ​ …

ຂ່າວ/ບົດ​ອື່ນ