ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວກ່ຽວກັບການຢຸດຮົບຢູ່ຫວຽດນາມ
|
(vovworld)-ວັນທີ 24/7, ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວກ່ຽວກັບການຢຸດຮົບຢູ່ຫວຽດນາມ (20/7/1954-20/7/2014) ໂດຍສະຖານທູດຫວຽດນາມພ້ອມກັບສະຖາບັນຄົ້ນຄ້ວາ ແລະ ໄຈ້ແຍກດ້ານປ້ອງກັນຊາດອິນເດຍສົມທົບກັນຈັດຂຶ້ນຢູ່ສຳນັກງານ IDSA .
ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອິນເດຍ ຫງວຽນແທງເຕີນ ໄດ້ກ່າວຢ້ຳຄືນວິວັດທະນາການກອງປະຊຸມເຊີແນວ ແລະ ເນັ້ນໜັກວ່າ ເປັນຄັ້ງທຳອິດທີ່ລັດຖະບານຝະລັງ ແລະ ບັນດາປະເທດເຂົ້າຮ່ວມກອງປະຊຸມເຊີແນວໄດ້ໝັ້ນໝາຍເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ. ຜົນສຳເລັດຂອງກອງປະຊຸມເຊີແນວແມ່ນໄຊຊະນະຂອງລັດທິຮັກຊາດ, ຕັດສິນໃຈຍາດເອົາເອກະລາດ, ຄວາມຫວັງມີເສລີພາບ ແລະ ຮັກຫອມສັນຕິພາບຂອງປະຊາຊົນຫວຽດນາມ.
ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດອິນເດຍ ຮັບຜິດຊອບຝ່າຍຕາເວັນອອກ Anil Wadhwa ເນັ້ນໜັກວ່າ ສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວ ກໍແມ່ນໂອກາດເພື່ອຫຼໍ່ຫຼອມການພົວພັນຫວຽດນາມ-ອິນເດຍ. ທ່ານໃຫ້ຂໍ້ສັງເກດວ່າ ປະຈຸບັນການພົວພັນລະຫວ່າງ 2 ປະເທດແມ່ນພວມຢຸູ່ໃນຈຸດເວລາພັດທະນາແຂງແຮງທີ່ສຸດ.