ພາບປະກອບ:vnexpress.vn
|
(vovworld) - ວັນທີ 24/10, ໂຮງຮຽນບຳລຸງສ້າງພາລະກອນ ແລະ ນາຍທະຫານບັນຊາກອງທັບເຮືອ ອິນໂດເນເຊຍ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ “ຍຸດທະສາດການເດີນທະເລທີ່ມີລັກສະນະຮ່ວມມື ເພື່ອເພີ່ມທະວີຄວາມໝັ້ນຄົງຢູ່ທະເລຕາເວັນອອກ” ຢູ່ ນະຄອນຫລວງ ຢາກາຕາ. ເຂົ້າຮ່ວມກອງປະຊຸມສຳມະນາ ມີຫົວຫນ້າກຳລັງກອງທັບ, ກອງທັບເຮືອ, ຕຳຫລວດແຫ່ງຊາດ ອິນໂດເນເຊຍ, ບັນດາເຈົ້າຫນ້າທີ່ການທູດ, ທູດທະຫານບັນດາປະເທດ ປະຈຳ ອິນໂດເນເຊຍ ພ້ອມກັບນັກຮຽນຮູ້ດ້ານການເມືອງ, ການທະຫານມາຈາກ ອັງກິດ, ຈີນ ແລະ ສິງກະໂປ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ນັກຮຽນຮູ້ໄດ້ຢືນຢັນຄືນຫລັກໝັ້ນລວມຂອງບັນດາປະເທດທີ່ມີສ່ວນກ່ຽວຂ້ອງໂດຍກົງ ແລະ ໂດຍທາງອ້ອມເຖິງທະເລຕາເວັນອອກ ແມ່ນຕ້ອງຮັບປະກັນຄວາມໝັ້ນຄົງຢູ່ເຂດທະເລນີ້ ບົນພື້ນຖານປະຕິບັດບັນດາຫລັກການ, ຂໍ້ຕົກລົງປະຈຸບັນຢ່າງເຂັ້ມງວດຄື: ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງການສ້າງຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC), ປະຕິບັດຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982, ມີວິທີສຳພັດກັບຍຸດທະສາດການເດີນທະເລຢ່າງມີໄຫວພິບ, ຮອບດ້ານ, ສອດຄອ່ງ ແລະ ມີລັກສະນະສ້າງສັນ. ກອງປະຊຸມສຳມະນາໄດ້ເນັ້ນຫນັກເຖິງລັກສະນະພາວະວິໄສ ແລະ ຄວາມຈຳເປັນມີການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດນອກພາກພື້ນ ອາຊີຕາເວັນອອກສຽງໃຕ້ສຳລັບບັນຫາທະເລຕາເວັນອອກ.