ສົ່ງເສີມການຄ້າຫວຽດນາມ-ຕວກກີ
(ພາບ:ttnn.com.vn)
(vovworld)- ວັນທີ 7/6, ໄດ້ຈັດໃຫ້ມີກອງປະຊຸມສຳມະນາແລກປ່ຽນການຄ້າຫວຽດນາມ-ຕວກກີຂຶ້ນຢູ່ນະຄອນໂຮ່ຈິມິນ. ນະທີ່ນີ້, ຜູ້ແທນຫຼາຍທ່ານຖືວ່າ: ເຖິງວ່າ, ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດໄດ້ເພີ່ມຂຶ້ນຢ່າງລຽນຕິດໃນຊຸກປີມໍ່ໆມານີ້ກໍ່ຕາມ ແຕ່ຍັງບໍ່ທັນສ້າງບາດກ້າວບຸກທະລຸສົມກັບຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍເທື່ອ. ສະນັ້ນ, ກອງປະຊຸມສຳມະນາຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ຕວກກີ ຊຸກຍູ້ການພົວພັນແລກປ່ຽນ, ການຮ່ວມມື ແລະ ເປີດກ້ວາງຕາໜ່າງການດຳເນີນທຸລະກິດ. ທ່ານຫວໍ໋ເຕີນແທ່ງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າຫວຽດນາມ ສາຂານະຄອນໂຮ່ຈິມິນ ຖືວ່າ:
“
ກາລະໂອກາດສົ່ງອອກຂອງບັນດາວິສາຫະກິດຫວຽດນາມ ໄປຕວກກີ ແມ່ນໃຫ່ຍຫຼວງທີ່ສຸດ. ໃນຊຸມປີຜ່ານມາ, ພວກເຮົາໄດ້ສົ່ງອອກສິນຄ້າດ້ວຍວົງເງິນສົ່ງອອກຫຼາຍພໍສົມຄວນ, ໂດຍສະເພາແມ່ນການສົ່ງອອກເກີນດຸນໄປຕະຫຼາດນີ້. ນີ້ແມ່ນໂອກາດເພື່ອວິສາຫະກິດຫວຽດນາມ ຊອກຮູ້ຄວາມຕ້ອງການຂອງຕະຫຼາດຕວກກີຢ່າງຈະແຈ້ງກ່ວາ ກໍ່ຄືຄວາມຕ້ອງການຂອງແຕ່ລະຄູ່ຮ່ວມມື ”