ກອງປະຊຸມສຳມະນາແຫ່ງຊາດ“85ປີພັກກອມມູນິດຫວຽດນາມພັດທະນາ “
ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 28/1
(ພາບ: qdnd.vn)
|
(vovworld) – ກອງປະຊຸມສຳມະນາແຫ່ງຊາດ “85 ປີແຫ່ງພັກກອມມູນິດຫວຽດນາມ ພັດທະນາ ແລະ ໝູນໃຊ້ລັດທິມາກ - ເລນິນເຂົ້າໃນພຶດຕິກຳຕົວຈິງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ“ ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ສົມທົບກັບຫ້ອງວ່າການສູນກາງພັກ, ຄະນະໂຄສະນາສຶກສາສູນກາງ, ຈັດຕັ້ງໃນຕອນເຊົ້າວັນທີ 28/1 ຢູ່ຮ່າໂນ້ຍ. ທີ່ ກອງປະຊຸມສຳມະນາ, ບັນດາຜູ້ແທນສືບຕໍ່ຢືນຢັນວ່າ: ໜຶ່ງໃນບັນດາປັດໃຈພິເສດສຳຄັນຕັດສິນເຖິງການເຕີບໂຕຂອງພັກນັ້ນແມ່ນ, ພັກກອມມູນິດຫວຽດນາມ ຍາມໃດກໍ່ພັດທະນາ ແລະ ໝູນໃຊ້ລັດທິມາກ - ເລນິນເຂົ້າໃນພຶດຕິກຳຕົວຈິງຫວຽດນາມ ຢ່າງມີຫົວຄິດປະດິດສ້າງ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຢືນຢັນວ່າ: ຍິ່ງກວ່າເວລາໃດໝົດ,ວຽກງານກໍ່ສ້າງພັກໄດ້ກາຍເປັນໜ້າທີ່ສຳຄັນພິເສດ, ມີຄວາມໝາຍເປັນຕາຍ, ຕັດສິນບົດບາດນຳພາຂອງພັກ:
“ກ່ອນອື່ນໝົດ, ແມ່ນກໍ່ສ້າງພັກໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ: ເດັດດຽວໝູນໃຊ້ລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນຢ່າງມີຫົວຄິດປະດິດສ້າງ ແລະ ພັດທະນາຢ່າງເໝາະສົມກັບພຶດຕິກຳຕົວຈິງຂອງຫວຽດນາມ, ຍືດໝັ້ນຈຸດໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ. ຍົກສູງຄຸນນະທາດດ້ານການເມືອງ, ລະດັບປັນຍາຂອງທົ່ວພັກ, ພະນັກງານສະມາຊິກພັກແຕ່ລະຄົນ, ກ່ອນອື່ນໝົດແມ່ນພະນັກງານການນຳຄຸ້ມຄອງຫຼັກແຫຼ່ງທຸກຂັ້ນ; ຍືດໝັ້ນທຸກບັນຫາທີ່ມີລັກສະນະຫຼັກການໃນວຽກງານກໍ່ສ້າງພັກ. ຍົກສູງຄວາມສາມາດກຳອຳນາດ ແລະ ຮັບປະກັນການນຳພາຂອງພັກຢ່າງມີປະສິດທິຜົນ“.