ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ:ມູນເຊື້ອ,ແຫຼ່ງກຳລັງ,ກຳນົດທິດພັດທະນາ”
(ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ:
ມູນເຊື້ອ, ແຫຼ່ງກຳລັງ, ກຳນົດທິດພັດທະນາ”)
(vovworld) – ກອງປະຊຸມສຳມະນາ “ນະຄອນຮ່າໂນ້ຍ: ມູນເຊື້ອ, ແຫຼ່ງກຳລັງ, ກຳນົດທິດພັດທະນາ” ໂດຍຄະນະໂຄສະນາສຶກສາຄະນະພັກນະຄອນຮ່າໂນ້ຍ ສົມທົບກັບມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈັດຕັ້ງ, ໃນຕອນເຊົ້າວັນທີ 17/08. ດ້ວຍບົດປະກອບຄຳເຫັນຂອງບັນດານັກວິທະຍາສາດ, ນັກຄຸ້ມຄອງສົ່ງເຖິງກອງປະຊຸມສຳມະນາ ໄດ້ໄຈ້ແຍກ, ຕີລາຄາຢ່າງພາວະວິໄສ, ວິທະຍາສາດ ຈາກຮ່າໂນ້ຍວິລະຊົນ, ມີຫົວຄິດປະດິດສ້າງໃນບັນດາການຕໍ່ສູ້ປົກປັກຮັກສາປະເທດຊາດ, ຕະຫຼອດຮອດໄລຍະທີ່ຮ່າໂນ້ຍ ມີສັນຕິພາບ, ພັດທະນາ ແລະ ເປັນສູນກາງການເມືອງ, ວັດທະນະທຳ, ເສດຖະກິດຂອງທົ່ວປະເທດ. ປະກອບສ່ວນເຮັດແຈ້ງທ່າແຮງ, ຄວາມສາມາດບົ່ມຊ້ອນ ເພື່ອໃຫ້ຮ່າໂນ້ຍ ນັບມື້ນັບພັດທະນາ. ໝາກຜົນຂອງກອງປະຊຸມໄດ້ເຕົ້າໂຮມ, ເພີ່ມເຕີມໃສ່ບົດລາຍງານການເມືອງກອງປະຊຸມໃຫຍ່ອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 6.