ກອງປະຊຸມສຳມະນາ ປີເອເປັກ 2017
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງທີ່ກອງປະຊຸມສຳມະນາ
(vovworld) - ທີ່ກອງປະຊຸມສຳມະນາ “ປີເອເປັກ 2017: ມຸ່ງໄປເຖິງປະຊາຄົມເອເປັກ ທີ່ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສະໜິດຕິດພັນ“ ເຊິ່ງດຳເນີນໃນວັນທີ 24/6, ຢູ່ຮ່າໂນ້ຍ ນັ້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຢືນຢັນວ່າ, ເປັນເຈົ້າພາບຈັດຕັ້ງການເຄື່ອນໄຫວຕ່າງໆຂອງເວທີປາໄສເອເປັກ ປີ 2017 ແມ່ນໜຶ່ງໃນບັນດາວຽກງານການຕ່າງປະເທດຈຸດສຸມຂອງຫວຽດນາມ ເຖິງປີ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຊີ້ແຈ້ງວ່າ, ເລື່ອງເປັນເຈົ້າພາບຈັດຕັ້ງເອເປັກ ເທື່ອທີສອງນັ້ນ, ແມ່ນການປະກອບສ່ວນສຳຄັນຂອງຫວຽດນາມ ໃຫ້ແກ່ເວທີປາໄສໃນສະພາບການໃໝ່. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ສະແດງຄວາມຕັດສິນໃຈເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ທັງແມ່ນໂອກາດເພື່ອໃຫ້ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກອາຊຽນ ເພີ່ມພູນຄູນສ້າງນຳ້ໃຈມິດຕະພາບ, ການຮ່ວມມື ແລະ ຄວາມສະໜິດຕິດພັນກັບບັນດາຄູ່ຮ່ວມມື, ບັນດາວິສາຫະກິດ ແລະ ເພື່ອນມິດໃນພາກພື້ນ. ກ່ຽວກັບຄວາມໝາຍ ແລະ ຈຸດປະສົງຂອງກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ, ໃຫ້ຮູ້ວ່າ:
“ກອງປະຊຸມສຳມະນາເພື່ອແນໃສ່ສະແດງໃຫ້ເຫັນຈຸດໝາຍ, ແນວທາງການຕ່າງປະເທດຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ແລະ ຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງກັບສາກົນ. ທີສອງແມ່ນ, ຫົວຂໍ້ຂອງກອງປະຊຸມສຳມະນາເໝາະສົມກັບທ່າອ່ຽງລວມຂອງພາກພື້ນ, ນັ້ນແມ່ນຮ່ວມສຳພັນເສດຖະກິດໃຫ້ນັບມື້ນັບພັດທະນາຢ່າງແຮງ. ຫວຽດນາມເຊື່ອມໂຍງກັບເອເປັກ, ເພີ່ມທະວີການປະກອບສ່ວນເຂົ້າເອເປັກ ເພື່ອໃຫ້ເອເປັກ ນັບມື້ນັບພັດທະນາ, ແຕ່ກໍ່ນຳໃຊ້ເຂົ້າໃນການການພັດທະນາພື້ນຖານເສດຖະກິດຂອງຫວຽດນາມ. ກອງປະຊຸມເອເປັກ 2017 ກໍ່ຈະຊ່ວຍໂຄສະນາຮູບພາບປະເທດຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນໃໝ່ ແລະ ປະສົບຜົນສຳເລັດຫຼາຍຢ່າງ. ນັ້ນແມ່ນປັດໃຈສະດວກຂອງຫວຽດນາມ“.