ກອງປະຊຸມສຳມະນາ “ວຽກເຮັດງານທຳ ແລະ ເພີ່ມທະວີທີ່ຕັ້ງໃຫ້ຄົນພິການໃນປະຊາຄົມ“

ກອງປະຊຸມສຳມະນາ “ວຽກເຮັດງານທຳ ແລະ ເພີ່ມທະວີທີ່ຕັ້ງໃຫ້ຄົນພິການໃນປະຊາຄົມ“ - ảnh 1
ພາບປະກອບ

(vovworld) – ວັນ​ທີ 10/8, ຢູ່​ນະຄອນ ຫາຍ​ເຢືອງ, ອົງການ​ປະຊາຊົນ​ເພື່ອ​ການ​ແພດ, ການ​ສຶກສາ ​ແລະ ພັດທະນາ​ນນອກ​ປະ​ເທດ​ອົດ​ສະ​ຕາ​ລີ (Apheda) ​ໄດ້​ສົມທົບ​ກັບ​ສູນ​ບໍລິການ​ວຽກ​ເຮັດ​ງານ​ທຳ 8/3 ( ສະຫະພັນ​ແມ່ຍິງ​ຫາຍ​ເຢືອງ) ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ “ວຽກ​ເຮັດ​ງານ​ທຳ ​ແລະ ​ເພີ່ມ​ທະວີ​ທີ່​ຕັ້ງ​ໃຫ້​ຄົນ​ພິການ​ໃນ​ປະຊາ​ຄົມ“ ​ແລະ ຕີ​ລາຄາ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ. ພາຍຫຼັງ 1 ປີ, ລະດັບ​ຄອງ​ຊີບ​ຂອງຄົນ​ພິການ​ທີ່​ເຂົ້າ​ຮ່ວມ​ໂຄງການ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ມີ​ສະມາຄົມ​ຄົນ​ພິການ​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຂັນ​ເມືອງ, ​ເທດສະບານ​ເມືອງ, ນະຄອນ, ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຄົນ​ພິການ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ປະກອບສ່ວນ​ນຳ​ເອົາ​ຄວາມ​ເຫັນ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຄົນ​ພິການ​ເຖິງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ພາຍຫຼັງ 1 ປີ ​ໄດ້​ມີ​ຄົນ​ພິການ​ນັບ​ຮ້ອຍ​ຄົນ​ສະໝັກ​ໃຈ​ເຂົ້າ​ຮ່ວມ​ສະມາຄົມ​ຄົນ​ພິການ​ຢູ່​ທ້ອງ​ຖີ່​ນ, ມີ​ຫຼາຍ​ຄົນ​ໄດ້​ຮັບ​ການ​ອົບຮົມ​ຍົກ​ສູງ​ທັກ​ສະ​ໃນ​ການ​ດຳລົງ​ຊີວິດ.

 

 

 

ຂ່າວ/ບົດ​ອື່ນ