ກອງປະຊຸມສຳມະນາ ”ສື່ມວນຊົນກັບສິດທິມະນຸດ”
ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(vovworld) - ”ສື່ມວນຊົນກັບສິດທິມະນຸດ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກະຊວງຖະແຫຼງຂ່າວ ໂທລະຄົມ ຈັດຕັ້ງຂຶ້ນໃນວັນທີ 23/2 ຢູ່ ຮ່າໂນ້ຍ. ກ່າວຄວາມເຫັນໄຂກອງປະຊຸມສຳມະນາ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ໂທລະຄົມ ໂດກວີ໋ຢວານ, ຊີ້ແຈ້ງວ່າ, ໃນໄລຍະຜ່ານມາ, ບັນດາອົງການສື່ມວນຊົນ ໄດ້ເຂົ້າຮ່ວມການໂຄສະນາ, ແນະນຳບັນດາຜົນງານຂອງຫວຽດນາມ ໃນວິວັດແຫ່ງການປົກປ້ອງສິດທິມະນຸດຢ່າງຕັ້ງໜ້າ. ສື່ມວນຊົນຫວຽດນາມ ຍາມໃດກໍ່ແມ່ນເວທີປາໄສ ເພື່ອໃຫ້ປະຊາຊົນສະແດງທັດສະນະ, ຄວາມເຫັນກ່ຽວກັບຫຼາຍຂົງເຂດໃນຊີວິດທາງດ້ານການເມືອງ, ເສດຖະກິດ - ສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ.
ບັນດາຄວາມເຫັນທີ່ກອງປະຊຸມສຳມະນາຖືວ່າ ເພື່ອເສີມຂະຫຍາຍບົດບາດຂອງຕົນໃນການໂຄສະນາກ່ຽວກັບສິດທິມະນຸດ, ບັນດາອົງການສື່ມວນຊົນຄວນສ່ອງແສງ ແລະ ປຸກລະດົມບັນດາຜົນງານທີ່ພົ້ນເດັ່ນໃນການປະຕິບັດສິດທິມະນຸດໃນທຸກດ້ານຂອງຊີວິດສັງຄົມຢ່າງທັນການ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ນັກຂ່າວ ຟ້າມວັນແຄ໋ງ, ຫົວໜ້າກົມໂຄສະນາທິດສະດີ, ໜັງສືພິມ ເຍິນເຢີນ (ປະຊາຊົນ), ເວົ້າວ່າ:
”ຄວາມຈິງແຫ່ງການພັດທະນາສັງຄົມຢູ່ຫວຽດນາມ, ບັນດາບັນຫາກ່ຽວກັບສິດທິມະນຸດ ແມ່ນໄດ້ຮັບຄວາມສົນໃຈທີ່ສຸດຈາກພັກ, ລັດ ແລະ ປະຊາຊົນ. ກ່ຽວກັບການໂຄສະນາ ແລະ ປະຕິບັດສິດທິມະນຸດໃນປະຈຸບັນ, ຕາມຂ້າພະເຈົ້າແລ້ວ, ຄວນສຸມໃສ່ບັນດາສິດທີ່ເປັນພື້ນຖານຂອງປະຊາຊົນ, ຕົວຢ່າງຄືສິດກ່ຽວກັບເສດຖະກິດ, ກຳມະສິດດ້ານຊັບສົມບັດ, ທີ່ດິນ.. ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງພວມດຳເນີນການກໍ່ສ້າງ ແລະ ປັບປຸງກົດໝາຍນີ້”