ກອງປະຊຸມສຳມະນາ: ສະພາແຫ່ງຊາດຫວຽດນາມ - 70ປີແຫ່ງວັນສ້າງຕັ້ງແລະພັດທະນາ

ກອງປະຊຸມສຳມະນາ: ສະພາແຫ່ງຊາດຫວຽດນາມ - 70ປີແຫ່ງວັນສ້າງຕັ້ງແລະພັດທະນາ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 14/05, ຢູ່​ນະ​ຄອນ​ດ່າ​ລາດ, ມະ​ຫາ​ວິ​​ທະ​ຍາ​ໄລ​ດ່າ​ລາດ ໄ​ດ້​ສ​ົບ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນ​ະ​ພັກ​ແຂວງ​ເລີມ​ດົ່ງ ຈັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ວິ​ທະ​ຍາ​ສາດ “ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ - 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແລະ​ພັດ​ທະ​ນາ” (1946 - 2016). ທີ່ກອງ​ປະ​ຊຸມ​ສ​ຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສະ​ເໜີ​ບັນ​ດາ​ບົດ​ປະ​ກອບ​ຄວາມ​ເຫັນ​ຄົ້ນ​ຄວ້າ, ສະ​ຫຼຸບ, ການ​ຕີ​ລາ​ຄາ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ; ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ວິ​ວັດ​ການ​ນຳ​ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ຕ​າ​ມ​ທິດ​ທັ​ນ​ສະ​ໄໝ. ກອງ​ປະ​ຊຸມ​ສຳ​ມະ​ນາ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ສ້າງ​ເວ​ທີ​ປາ​ໄສ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ເພື່ອ​ສະ​ຫຼຸບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ວິ​ວັດ​ການ ແລະ ການ​ພັດ​ມະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ 70 ປີ​ຜ່ານ​ມາ. ບົນ​ພື້ນ​ຖານນັ້ນ, ສ​ະ​ເໜີ​ບັນ​ດາ​ທິດ​ທາງ ແລະ ມາດ​ຕະ​ການ​ປ່ຽນ​ໃໝ່​ໂຄງ​ປະ​ກອບ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ໄລ​ຍະ​ສືບ​ຕໍ່​ປ່ຽນ​ໃໝ່, ປະ​ຕິ​ບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ