ພາບປະກອບ: internet
|
(vovworld) - ກອງປະຊຸມຮ່ວມສຳພັນພັດທະນາດ້ານວັດທະນະທຳ ກິລາ ແລະ ທ່ອງທ່ຽວເຂດໄຕງວຽນເປີດກວ້າງດຳເນີນໄປໃນຕອນເຊົ້າວັນທີ 18/10 ຢູ່ ນະຄອນ Pleiku ແຂວງ Gia Lai ໂດຍມີການເຂົ້າຮ່ວມຂອງການນຳບັນດາພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງ Dac Lac, Dac Nong, Lam Dong, Gia lai Kon Tum, Binh Dinh, Quang Ngai, Phu Yen, Quang Nam ແລະ ນະຄອນ Da Nang. ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍທ່າແຮງຂອງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ບັນດາແຂວງຢູ່ເຂດໄຕງວຽນ, ຜູ້ແທນຫລາຍທ່ານຖືວ່າ: ບັນດາທ້ອງຖິ່ນຄວນມີການຮ່ວມສຳພັນຢ່າງແຫນ້ນແຟ້ນ, ຄົບຊຸດ ເພື່ອຊຸກຍູ້ການພັດທະນາວັດທະນະທຳ. ທ່ານ Ta Quy ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງ Quang Ngai ຖືວ່າ:
“ທ່ອງທ່ຽວແມ່ນຂະແຫນງເສດຖະກິດ ມີລັກສະນະລະຫວ່າງຂະແຫນງ, ລະຫວ່າງເຂດ, ລະຫວ່າງຊາດ ແລະ ສອດຄອ່ງກັບທ່າອ່ຽງຂອງບັນດາປະເທດໃນປະຈຸບັນ ຢາກພັດທະນາການທ່ອງທ່ຽວຕ້ອງຮ່ວມສຳພັນ, ຕ້ອງຮ່ວມມື. ສະນັ້ນ ເລື່ອງຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຄັ້ງຕ່າງໆຫວ່າງແລ້ວນີ້ ແມ່ນແຜນນະໂຍບາຍອັນຖືກຕ້ອງຂອງການນຳບັນດາທ້ອງຖິ່ນ ແລະ ຂອງກະຊວງ. ”