( ພາບປະກອບຈາກອີນເຕີແນດ )
( vovworld ) - ກະຊວງການຕ່າງປະເທດຫາກໍອອກແຈ້ງການກ່ຽວກັບກອງປະຊຸມຮອບທີ 3 ກຸ່ມປະຕິບັດງານປະສົມຫວຽດນາມ - ວາຕີກັງ. ປະຕິບັດຂໍ້ຕົກລົງລະຫວ່າງສອງຝ່າຍທີ່ກອງປະຊຸມຮອບທີ 2 ກຸ່ມປະຕິບັດງານປະສົມຫວຽດນາມ - ວາຕີກັງ ຢູ່ສຳນັກວາຕີກັງ ເມື່ອເດືອນ 6/2010, ກອງປະຊຸມຮອບທີ 3 ກຸ່ມປະຕິບັດງານລວມຫວຽດນາມ - ວາຕີກັງ ຈະດຳເນີນໄປໃນວັນທີ 27 ແລະ 28/2/2012 ຢູ່ຮ່າໂນ້ຍ ເພື່ອແນໃສ່ແລກປ່ຽນບັນດາບັນຫາເຊິ່ງກ່ຽວຂ້ອງເຖິງການພົວພັນຫວຽດນາມ - ວາຕີກັງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເປັນຫົວໜ້າຄະນະ, ຄະນະຜູ້ແທນສຳນັກວາຕີກັງ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ Ettore Balestrero ເປັນຫົວໜ້າຄະນະ.