(VOVWORLD) -ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ (ພາບ: baoquocte.com) |
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດເປັນຫົວໜ້າຄະນະ, ຄະນະຜູ້ແທນກຳປູເຈຍ ໂດຍທ່ານ Sok Phal ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ ເປັນຫົວໜ້າຄະນະ.
ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາກ່ຽວກັບສະພາບການເຄື່ອນໄຫວຂອງລະບົບດ່ານຊາຍແດນຢູ່ການເສັ້ນຊາຍແດນລະຫວ່າງ ຫວຽດນາມ - ກຳປູເຈຍ ແລະ ເຫັນດີເປັນເອກະພາບນຳກັນວ່າ ລະບົບດ່ານຊາຍແດນນັບມື້ນັບພັດທະນາ ໄດ້ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ, ການຄ້າ, ການບໍລິການ ແລະ ການລົງທຶນຂອງບັນດາແຂວງຢູ່ເຂດຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນເຂດ ຊາຍແດນ.
ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການສົມທົບກັນຜັນຂະຫຍາຍວຽກງານຊາຍແດນໃນສະພາບການໃໝ່, ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ເຫັນດີຈະລາຍງານຕໍ່ ລັດຖະບານສອງປະເທດອະນຸຍາດໃຫ້ສົມທົບກັນຮຽບຮຽງ “”ສັນຍາວ່າດ້ວຍດ່ານຊາຍແດນ ແລະ ຂໍ້ກຳນົດກົດລະບຽບໃນການຄຸ້ມຄອງດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ”
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກລວມ ຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການແລກປ່ຽນ ແລະ ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງ ກຸ່ມປະຕິບັດງານປະສົມໃນໄຕມາດ II ຂອງ ປີ 2020.