ກອງປະຊຸມເຈລະຈາຄັ້ງທຳອິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14
(ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ,
ຮອງປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທ້ຽນເຍີນ)
(vovworld) – ກອງປະຊຸມເຈລະຈາຄັ້ງທຳອິດຕົກລົງກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນສະມາຊິກບັນດາອົງການ, ອົງການຈັດຕັ້ງສູນກາງ ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ໄດ້ດຳເນີນໃນຕອນເຊົ້າວັນທີ 16/02, ຢູ່ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທ້ຽນເຍີນ ຖືວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ດຳເນີນໃນວັນທີ 22/05 ຈະມາເຖິງ ແມ່ນເຫດການມີຄວາມໝາຍການເມືອງສຳຄັນຍິ່ງ, ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງທົ່ວພັກ, ທົ່ວປວງຊົນໃນປີ 2016. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ.
“ໜຶ່ງໃນບັນດາໜ້າທີ່ອັນດັບໜຶ່ງຂອງແນວໂຮມປະເທດຊາດຫວຽດນາມ ແມ່ນແນະນຳບັນດາຜູ້ທີ່ມີມາດຕະຖານອອກສະໝັກເລືອກຕັ້ງຢ່າງພຽງພໍ ຜ່ານບັນດາການເຈລະຈາຕາມຂໍ້ກຳນົດຂອງກົດໝາຍ. ນີ້ແມ່ນຂອດສຳຄັນເພື່ອໃຫ້ສະພາເລືອກຕັ້ງແຫ່ງຊາດສ້າງ ແລະ ປະກາດບັນຊີລາຍຊື່ບັນດາຜູ້ອອກສະໝັກເປັນສະມາຊິກສະພາແຫ່ງຊາດຢ່າງເປັນທາງການ. ຄະນະກຳມະການເລືອກຕັ້ງທຸກຂັ້ນ ແລະ ທ້ອງຖິ່ນສ້າງ ແລະ ປະກາດບັນຊີລາຍຊື່ ບັນດາຜູ້ອອກສະໝັກເປັນຜູ້ແທນສະພາປະຊາຊົນຂັ້ນດຽວກັນຢ່າງເປັນທາງການ, ທັງຮັບປະກັນຈຳນວນ, ຄຸນນະພາບ ຖືກໂຄງປະກອບ, ພາກສ່ວນຕາງໜ້າໃຫ້ພູບປັນຍາກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງຖືກຕ້ອງ”.