ກອງປະຊຸມໂຄສະນາ,ສົ່ງເສີມການລົງທຶນການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ
ກອງປະຊຸມໂຄສະນາ,ສົ່ງເສີມການລົງທຶນ
ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ
(ພາບ: cand)
(vovworld) - ຕອນເຊົ້າວັນທີ 23/11, ຢູ່ນະຄອນໂຮ່ຈິມິນ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໄດ້ຈັດກອງປະຊຸມໂຄສະນາ, ສົ່ງເສີມການລົງທຶນການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໄດ້ເປັນປະທານກອງປະຊຸມ. ກອງປະຊຸມໄດ້ສຸມໃສ່ເຮັດແຈ້ງຍຸດທະສາດ ແລະ ນະໂຍບາຍໃຫ້ບຸລິມະສິດພັດທະນາການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ; ໂຄສະນາລະອຽດ 12 ເຂດທ່ອງທ່ຽວແຫ່ງຊາດ, 4 ສະຖານທີ່ທ່ອງທ່ຽວແຫ່ງຊາດ ແລະ ເຂດຕົວເມືອງທ່ອງທ່ຽວຊາປາ; ຮຽກຮ້ອງການລົງທຶນສ້າງເງື່ອນໄຂສ້າງສຳເລັດບັນດາພື້ນຖານໂຄງລ່າງກ່ຽວກັບການພັດທະນາການທ່ອງທ່ຽວ, ການລົງທຶນ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເຂດ…
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ເຂດ ຕາເວັນຕົກສ່ຽງເໜືອຂອງຫວຽດນາມ ມີຈຸດວັດທະນະທຳຫຼາຍຢ່າງ, ມີເຂດປູຊະນີຍະສະຖານປະຫວັດສາດຫຼາຍແຫ່ງ. ສະນັ້ນ, ຕ້ອງຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນນີ້ຢ່າງສຸດຂີດ ເພື່ອພັດທະນາການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງໂຄສະນາ, ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ ລົງທຶນພັດທະນາຢູ່ເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ. ພ້ອມທັງ, ລົງທຶນພັດທະມາພື້ນຖານໂຄງລ່າງຄົມມະນາຄົມເພື່ອຮັບໃຊ້ນັກທ່ອງທ່ຽວໃຫ້ດີທີ່ສຸດ.