ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເປັນປະທານກອງປະຊຸມ
ພາບ:chinhphu.vn
|
(vovworld)- ຕໍ່ຫນ້າການຜັນແປໄປຢ່າງສັບສົນຂອງໂລກໄຂ້ຫວັດສັດປີກ H5N1 ແລະ ໄພເກີດໂລກໄຂ້ຫວັດ H7N9 ຈາກບັນດາປະເທດໃກ້ຄຽງ ອາດຈະແຜ່ລາມອອກສູ່ຫວຽດນາມ, ຕອນບ່າຍວັນທີ 18/2, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກັບບັນດາແຂວງ, ນະຄອນ ເພື່ອປຶກສາຫາລືມາດຕະການຮັບມືກັບໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ. ທີ່ກອງປະຊຸມ, ທ່ານ ຟ້າມວັນດົງ, ຫົວຫນ້າກົມສັດຕະວະແພດ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ ມີ 11 ແຂວງ ໄດ້ເກີດໂລກໄຂ້ຫວັດສັດປີກ A H5N1. ສຳລັບໂລກໄຂ້ຫວັດ A/H7N9 ປະຈຸບັນຢູ່ ຫວຽດນາມ ບໍ່ທັນພົບເຫັນໄວຣັດ ຢູ່ສັດປີກ, ສິ່ງແວດລ້ອມ ແລະ ຢູ່ຄົນ. ເຖິງຢ່າງໃດກໍຕາມ, ໄວຮັດດັ່ງກ່າວໄດ້ເກີດຂຶ້ນຢູ່ແຂວງ ກວາງສີ ປະເທດຈີນ ຊື່ງແມ່ນສະຖານທີ່ຕິດກັບ 4 ທ້ອງຖິ່ນທາງພາກເຫນືອຂອງຫວຽດນາມ ສະນັ້ນ ຄວາມສ່ຽງໄວຣັດ ນີ້ແຜ່ລາມອອກສູ່ຫວຽດນາມ ແມ່ນສູງສຸດ. ສະນັ້ນ ກົມສັດຕະວະແພດ ສະເຫນີບັນດທ້ອງຖິ່ນຕ້ອງຕິດຕາມສະພາບການໂລກໄຂ້ຫວັດສັດປີກພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງເປັນປະຈຳ, ເພີ່ມທະວີການຕິດຕາມກວດກາການຂົນສົ່ງສັດປີກ ແລະ ຜູ້ໂດຍສານຜ່ານຊາຍແດນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສະເຫນີ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ຊີ້ນຳບັນດາຄະນະ, ຂະແຫນງການ, ທ້ອງຖິ່ນ ຕ້ອງເດັດດ່ຽວໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ.
“ມາດຕະການຂອງພວກເຮົາຕ້ອງຂ້ຽວຂາດກວ່າ. ກ່ອນອື່ນໝົດ ພວກເຮົາຕ້ອງຄວບຄຸມໂລກລະບາດຢູ່ຝຸງສັດປີກ ຕ້ອງຮັກສາຄວາມປອດໄພໃຫ້ແກ່ວົງຄະນາຍາດ, ໃຫ້ແກ່ປະຊາຊົນ. ຂ້າພະເຈົ້າສະເຫນີ ບັນດາສະຫາຍເພີ່ມທະວີວຽກງານໂຄສະນາ, ສຸມໃສ່ຊີ້ນຳບັນດາອົງການຫົວຫນ່ວຍ, ທ້ອງຖິ່ນຕ່າງໆ ເພີ່ມທະວີວຽກງານໂຄສະນາ, ເພື່ອເປີດເຜີຍໂລກລະບາດ. ພວກເຮົາຢາກສະກັດກັ້ນໂລກລະບາດໄດ້ ຕ້ອງເພີ່ມທະວີວຽກງານໂຄສະນາໃນໝູ່ມະຫາຊົນ.”