ກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄັ້ງທີ 10

ກອງປະຊຸມໃຫຍ່ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄັ້ງທີ 10 - ảnh 1
(ພາບປະກອບ)

(vovworld) -     ​ໃນ​ລະຫວ່າງ​ວັນ​ທີ 11 – 14/12, ຢູ່​ຮ່າ​ໂນ້ຍ, ຈະ​ດຳ​ເນີນ​ກ​ອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄະນະ​ຊາມ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ຄັ້ງ​ທີ 10 (ອາ​ຍຸ​ການ 2012 - 2017) ກ້ວຍ​ຫົວ​ຂ້ໍ​ວ່າ “ຄວາມ​ໄຝ່​ຝັນ​ຂອງ​ໄວ​ໜຸ່ມ”. ນີ້​ແມ່ນ​ຂ່າວ​ເຊິ່ງຄະນະ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຍົກ​ອອກ​ມາທີ່​ກອງ​ປະຊຸມ​ຂ່າວ​ແນະນຳ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້. ກອງ​ປະຊຸມ​ໃຫຍ່​ແມ່ນ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ໄວ​ໜຸ່ມ​ຫວຽດນາມ ​ໃນ​ໄລ​ຍະ​ໃໝ່, ພະຍາຍາມ​ອອກ​ແຮງ​ບື່ນຕົວ​ຂຶ້ນ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທະ​ທ້າຍ, ມີ​ຄວາມ​ໝັ້ນ​ໃຈ​ຮັບບົດບາດ​ເປັນ​ເຈົ້າ​ຂອງ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທີ່​ການ​ປະຊຸມ​ຂ່າວ, ທ່ານ​ ຫງວຽນ​ດັກ​ວິ​ງ (Nguyen Dac Vinh) ​ເລ​ຂາ​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ຊຸດ​ທີ 9, ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ສະມາຊິກ, ຊາວ​ໜຸ່ມ​ລ້ວນ​ແຕ່​ມີ​ຄວາມ​ໄຝ່ຝັນ​ກາຍ​ເປັນ​ພົນລະ​ເມືອງ​ທີ່​ມີ​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຫວຽດນາມ, ຈະ​ມີ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ອຸທິດ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ ຈາກ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຄິດ​ວ່າ ຢາກ​ກາຍ​ເປັນພົນລະ​ເມືອງ​ທີ່​ມີ​ຜົນ​ປະ​ໂຫຍ​ດ, ສະມາຊິກ​ຊາວ​ໜຸ່ມ​ລ້ວນ​ແຕ່​ມານະ​ພະຍາຍາມ​ໃນ​ການ​ຮໍ່າຮຽນ ​ແລະ ຝຶກຝົນ​ຫຼໍ່​ຫຼອມ, ຕ້ອງ​​ເປັນ​ຜູ້​ທີ່​ມີ​ລະດັບ​ຄວາມ​ຮູ້, ມີສີມື​ການ​ຊ່າງ, ມີ​ຄຸນສົມບັດ, ຄຸນ​ທາດດ້ານ​ການ​ເມືອງ, ຕ້ອງ​ເຮັດຄື​ແນວ​ນັ້ນຈຶ່ງ​ກາຍ​ເປັນ​ບັນດາ​ພົນລະ​ເມືອງ​ທີ່​ດີ​ໃນ​ໂລກ​ທີ່​ເຊື່ອ​ມຍົງ​ປະຈຸ​ບັນ, ຊ່ວຍ​​ໃຫ້ປະ​ເທດ​ຫວຽດນາມ ບັນລຸ​ໄດ້​ຈຸດໝາຍ​ຫັນ​ປະ​ເທດ​ຊາດ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​.”

ຂ່າວ/ບົດ​ອື່ນ