ກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນເຮັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ

(VOVWORLD) - ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 420 ຄົນແມ່ນພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມທີ່ມີຜົນງານດີເດັ່ນໃນຂົງເຂດຮ່ຳຮຽນ, ອອກແຮງງານ, ວຽກງານ...

ກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນ ເຮັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ຄັ້ງທີ 7, ໂດຍ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈັດຂຶ້ນ ໃນລະຫວ່າງວັນທີ 25 – 27 ກັນຍາ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 420 ຄົນແມ່ນພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມທີ່ມີຜົນງານດີເດັ່ນໃນຂົງເຂດຮ່ຳຮຽນ, ອອກແຮງງານ, ວຽກງານ, ແມ່ນບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແນວຄິດ, ຄຸນສົມບັດ, ແບບແຜນຂອງປະທານ ໂຮ່ຈີມິນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ, ວຽກງານສັງຄົມ. ທ່ານ ຫງວຽນມິງຈຽດ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ບັນດາກຳລັງຊາວໜຸ່ມເວົ້າລວມ ແລະ ບັນດາຊາວໜຸ່ມດີເດັ່ນເວົ້າສະເພາະໄດ້ຮັບໜ້າທີ່ໃຫຍ່ຫຼວງຈາກພັກ, ຈາກຄະນະຊາວໜຸ່ມ, ດ້ວຍຫຼາຍການກຳນົດທິດຈາກກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ບັນດາທັດສະນະຊີ້ນຳຈາກພັກ. ພວກຂ້າພະເຈົ້າໄດ້ຈັດເວທີປາໄສຂອງກອງປະຊຸມໃຫຍ່, ໂດຍອີງໃສ່ບັນດາທັດສະນະດັ່ງກ່າວ. ພວກຂ້າພະເຈົ້າຫວັງວ່າ, ບັນດາຊາວໜຸ່ມດີເດັ່ນຈະຮູ້ແຈ້ງກ່ວາກ່ຽວກັບໜ້າທີ່, ຄວາມຄາດຫວັງຂອງຕົນເອງ, ເພື່ອຫຼັງກອງປະຊຸມໃຫຍ່ຄັ້ງນີ້, ເສັ້ນທາງສູ້ຊົນ ແລະ ຄວາມຄາດຫວັງຂອງພວກເພື່ອນຈະເຂັ້ມແຂງກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ