ກອງປະຊຸມໃຫຍ່ທົ່ວປະເທດສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ລາວອາຍຸການ 2015-2019

ກອງປະຊຸມໃຫຍ່ທົ່ວປະເທດສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ລາວອາຍຸການ 2015-2019 - ảnh 1
(ກອງປະຊຸມໃຫຍ່ທົ່ວປະເທດສະມາຄົມໃຫຍ່
ຊາວຫວຽດນາມອາໄສຢູ່ລາວອາຍຸການ 2015-2019)


(vovworld) - ​ ​ ​​ ຕອນ​ເຊົ້າ​ວັນ​ທີ 20/7, ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ສະມາຄົມ​ໃຫຍ່​​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ​ ຄັ້ງ​ທີ 2 ອາຍຸ​ການ 2015-2019. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫຍ່​ໃຫ້​ຮູ້​ວ່າ: ສະມາຄົມ​ໃຫຍ່ຊາວ​ຫວຽດນາມ ອາ​ໄສ​ຢູ່ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 19/8/2009. ນີ້​ແມ່ນ​ອົງການ​ການ​ນຳ​ສູງສຸດຂອງ​ປະຊາ​ຄົມ​ໃຫຍ່ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ; ​ແມ່ນ​ສະມາຊິກ​ຂອງ​ແນວ​ລາວ​ສ້າງ​ ​ຊາດ. ນັບ​ແຕ່​ວັນ​ສ້າງ​ຕັ້ງ, ສະມາຄົມ​​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ເພື່ອ​ປະຕິບັດ​ບັນດາ​ບົດບາດ​ໜ້າ​ທີ່​ຂອງ​ຕົນ. ສະມາຄົມ​​ໃຫຍ່ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ລະດົມ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ລາວ ​ເປັນ​ຢ່າງ​ດີ; ສ້າງສະມາຄົມໃຫຍ່​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ ​ໃຫ້​ສາມັກຄີ, ​ເຂັ້ມ​ແຂງ, ອວາຍ​ໜ້າສູ່​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກຕັ້ງຄະນະ​ບໍລິການ​ງານສະມາຄົມໃຫຍ່​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ລາວ ຊຸດ​ທີ 2 ລວມມີສະມາຊິກ 23 ​ຄົນ. ທ່າ​ນ ຫງວຽນ​ຢຸຍຈຸ​ງ, ຜູ້​ຮັກສາ​ການປະທານ​ສະມາຄົມໃຫຍ່​​ຊຸດ​ທີ 1 ​​ໄດ້​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມໃຫຍ່​ຊຸດ​ທີ 2.

ຂ່າວ/ບົດ​ອື່ນ